ຄຳສັ່ງເລກທີ 012/ອຄ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ການກໍານົດໂຄງປະກອບລາຄາ, ການຕິດ, ການປະກາດ ຫຼື ການໂຄສະນາລາຄາສິນຄ້າ ເປັນເງິນຕາຕ່າງປະເທດ


ວັນທີ 8 ພະຈິກ 2023 ຜ່ານມານີ້ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງເລກທີ 012/ອຄ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ການກໍານົດໂຄງປະກອບລາຄາ, ການຕິດ, ການປະກາດ ຫຼື ການໂຄສະນາລາຄາສິນຄ້າ ເປັນເງິນຕາຕ່າງປະເທດ ເພື່ອຜັນຂະຫຍາຍ ມາດຕາ 54, 55 ຂອງກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຂໍ້(2) ຂໍ້ 2.3 ຄໍາສັ່ງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2020 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ເອກະພາບກັນໃນຂອບ ເຂດທົ່ວປະເທດ, ໂດຍສະເພາະຂອບເຂດຄວາມຮັບຜິດຊອບຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ ຊຶ່ງຕິດພັນ ກັບວຽກງານຄຸ້ມຄອງ ແລະ ຕິດຕາມ, ກວດກາ ທຸກພາກສ່ວນ ໃນການກໍານົດໂຄງປະກອບລາຄາ, ການຕິດ, ການ ປະກາດ ຫຼື ການໂຄສະນາລາຄາ, ການຊໍາລະ ແລະ ຮັບຊໍາລະລາຄາສິນຄ້າ ແລະ ຄ່າບໍລິການ, ລວມທັງການຊື້-ຂາຍ ຜ່ານຊ່ອງທາງການຄ້າເອເລັກໂຕຣນິກ, ການຊື້-ຂາຍຍານພາຫະນະ, ວັດຖຸມີຄ່າ ແລະ ຄ່າບໍລິການໃຫ້ຄໍາປຶກສາ ຢູ່ ສປປ ລາວ ໃຫ້ເປັນເງິນກີບ.
ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາສັ່ງ:
- ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ຊາວຄ້າຂາຍ, ຜູ້ປະກອບການ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດ, ອາໄສຢູ່ ສປປ ລາວ ໃນທ້ອງຖິ່ນຂອງຕົນໃຫ້ກໍານົດໂຄງປະກອບລາຄາ, ການຕິດ, ການປະກາດ ຫຼື ການໂຄສະນາລາຄາ, ການຊໍາລະທຸກຮູບແບບ ລວມທັງການຊື້-ຂາຍ ຜ່ານຊ່ອງທາງ ການຄ້າເອເລັກໂຕຣນິກ, ການຊື້-ຂາຍຍານພາຫະນະ, ວັດຖຸມີຄ່າ ແລະ ຄ່າບໍລິການໃຫ້ຄໍາປຶກສາຢູ່ ສປປ ລາວ ເປັນເງິນກີບເທົ່ານັ້ນ.
- ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແຕ່ງຕັ້ງເຈົ້າຫນ້າທີ່ກວດກາການຄ້າ ລົງຕິດຕາມ, ກວດກາ ບັນດາຫ້າງຮ້ານທີ່ຢູ່ໃນ ແລະ ນອກ ຕະຫຼາດ, ສູນການຄ້າ, ຫ້າງຊັບພະສິນຄ້າ, ຊາວຄ້າຂາຍ, ຮ້ານອາຫານ, ຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນທ້ອງຖິ່ນຕົນ.
- ກໍລະນີພົບເຫັນມີການລະເມີດ ໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 54 ແລະ 55 ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 07 ກໍລະກົດ 2022 ດັ່ງນີ້:
3.1. ການລະເມີດທີ່ມີລັກສະນະເບົາບາງ ແລະ ເປັນຄັ້ງທໍາອິດ ຈະຖືກສຶກສາອົບຮົມ, ກ່າວເຕືອນ ພ້ອມທັງເຮັດ ບົດບັນທຶກເປັນລາຍລັກອັກສອນ ກໍານົດໃຫ້ປັບປຸງປ່ຽນແປງບໍ່ໃຫ້ເກີນ 30 ວັນ;
3.2 ເຈດຕະນາລະເມີດ ຫຼື ເປັນຄັ້ງທີສອງ ແມ່ນໃຫ້ປັບໃໝຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 2 ຂໍ້ 1 ມາດຕາ 55 ແມ່ນປັບໃໝແຕ່ 10.000.000 (ສິບລ້ານ) ກີບ ຫາ 20.000.000 (ຊາວລ້ານ) ກີບ; 3.3 ກໍລະນີລະເມີດຊ້ໍາ ໃຫ້ປັບໃໝສອງເທົ່າ ຂອງມູນຄ່າປັບໃໝຄັ້ງຫຼ້າສຸດ.
- ມອບໃຫ້ອົງການປະຕິບັດວຽກງານກວດກາການຄ້າ ສູນກາງ, ຄະນະກຸ່ມວຽກທີ 6 ຕິດຕາມ, ກວດກາ ແລະ ຊຸກຍູ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງໃນການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ໃຫ້ມີປະສິດທິຜົນ ແລ້ວສະຫຼຸບ, ລາຍງານ ຜົນການຈັດຕັ້ງປະຕິບັດ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ເຈົ້ານະຄອນ ຮັບຊາບຢ່າງເປັນປົກກະຕິ;
- ໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກໍາແຂວງ, ນະຄອນຫຼວງ ແຈ້ງໃຫ້ສະພາການຄ້າຕ່າງປະເທດ, ສະມາຄົມ, ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຈົ່ງ ຮັບຮູ້ ແລະ ປະຕິບັດຕາມຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ;
- ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

