ສະພາແຫ່ງຊາດ ພິຈາລະນາຮ່າງກົດ ໝາຍ ວ່າດ້ວຍຊັບສິນທາງປັນຍາ
November 18, 2023 - 10:55 AM


ວັນທີ 17 ພະຈິກ 2023 ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ເຊິ່ງປະກອບມີ 11 ພາກ, 22 ໝວດ ແລະ 142 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນສຸມໃສ່ປະກອບຄຳເຫັນ ເພື່ອໃຫ້ການປັບປຸງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ແນໃສ່ຊຸກຍູ້ສົ່ງເສີມ ການມີຫົວຄິດປະດິດສ້າງຂອງ ຄົນໃນສັງຄົມ ຕາມທິດເສດຖະກິດພູມປັນຍາ, ຮັບປະກັນຜົນປະໂຫຍດຂອງ ເຈົ້າຂອງຊັບສິນທາງປັນຍາ ແລະ ຂອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມສາມາດໃນການແຂ່ງຂັນ ປະກອບສ່ວນເຂົ້າໃນການ ຫັນເປັນປະເທດ ອຸດສາຫະກຳ ແລະ ທັນສະໄໝ ຕາມທິດສີຂຽວ ແລະ ຍຶນຍົງ.
ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ເຊິ່ງການຈັດຕັ້ງປະຕິບັດຕົວຈິງຜ່ານມາ ເຫັນວ່າເນື້ອໃນຂອງ ກົດໝາຍວ່າດັ່ງກ່າວ ຍັງມີບາງຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງຕື່ມ ເພື່ອໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ກັບສະພາບການຂະຫຍາຍຕົວ ຂອງ ເສດຖະກິດ-ສັງຄົມ ໄລຍະໃໝ່ ເປັນຕົ້ນ: ບາງຄຳສັບທີ່ກຳນົດຍັງບໍ່ຈະແຈ້ງ, ບໍ່ສອດຄ່ອງກັບຄຳສັບວິຊາການ ຂອງຂະແໜງການກ່ຽວຂ້ອງນໍາໃຊ້. ການຄົ້ນຄວ້າປັບປຸງຮ່າງກົດ ໝາຍສະບັບດັ່ງກ່າວ ໄດ້ປະຕິບັດຕາມຂະບວນການ ແລະ ຂັ້ນຕອນ ຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສ້າງນິຕິກຳຢ່າງເຂັ້ມງວດ, ມີການເຮັດບົດວິເຄາະວິໄຈ, ປະເມີນຜົນກະທົບ ໃນການຈັດຕັ້ງປະຕິບັດ ກົດໝາຍໄລຍະຜ່ານມາ, ໄດ້ຄົ້ນຄວ້າຂໍ້ມູນ, ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດຕົວຈິງ ແລະ ອີງໃສ່ສົນທິສັນຍາ ແລະ ກົດໝາຍ ຂອງປະເທດໃກ້ຄຽງ ເຊັ່ນ: ສສ ຫວຽດນາມ, ບັນດາປະເທດອາຊຽນ ແລະ ສາກົນ ເພື່ອເປັນຂໍ້ມູນການຄົ້ນຄວ້າ ໃຫ້ຄະນະຮັບຜິດຊອບໃນການຄົ້ນຄວ້າ ແລະ ປັບປຸງ.
ພ້ອມນັ້ນ ຍັງຈະສ້າງຄວາມຈະແຈ້ງກ່ຽວກັບສິດຂອງ ເຈົ້າຂອງຜົນງານ ຫລື ສິດຂອງເຈົ້າຂອງລິຂະສິດ ໂດຍສອດຄ່ອງກັບສົນທິສັນຍາລິຂະສິດ ຂອງອົງການຊັບສິນທາງປັນຍາໂລກ ຈະເປັນພື້ນຖານສຳຄັນໃນການສ້າງເສດຖະກິດ ຫລື ອຸດສາຫະກຳສ້າງສັນ ເຊິ່ງເປັນແຫລ່ງສ້າງລາຍໄດ້, ວຽກເຮັດງານທຳ ທີ່ສຳຄັນ ຜ່ານການສ້າງເສດຖະກິດສ້າງສັນ; ຈະເປັນພື້ນຖານສໍາຄັນໃນການພັດທະນາ ແລະ ຊຸກຍູ້ວຽກງານຊັບສິນທາງປັນຍາ ຜ່ານການສ້າງກອງທຶນຊັບສິນທາງປັນຍາ ໂດຍສະເພາະ ການຫັນວຽກງານຊັບສິນທາງປັນຍາ ສູ່ພາກທຸລະກິດ ແລະ ສະຖານການສຶກສາ ກໍຄືການສ້າງມູນຄ່າເພີ່ມ ໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ ໃນຂອບເຂດທົ່ວໄປເທດ ຍົກລະດັບການໃຫ້ບໍລິການວຽກງານຊັບສິນທາງປັນຍາ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄຸນນະພາບ, ໂປ່ງໄສ ແລະ ເທົ່າທຽມກັບສາກົນ, ພ້ອມທັງ ຊ່ວຍດຶງດູດການລົງທຶນໃຫ້ຫລາຍຂຶ້ນ.