ອົງການອະນາໄມໂລກ ປະກາດ ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກໃນທົ່ວໂລກ

ອົງການອະນາໄມໂລກ ປະກາດ ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກໃນທົ່ວໂລກ - ecIYHyKRFSgIcaejSuDq - ອົງການອະນາໄມໂລກ ປະກາດ ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກໃນທົ່ວໂລກ
ອົງການອະນາໄມໂລກ ປະກາດ ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກໃນທົ່ວໂລກ - kitchen vibe - ອົງການອະນາໄມໂລກ ປະກາດ ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກໃນທົ່ວໂລກ

ອີງຕາມສຳນັກຂ່າວຊ່ອງ 3 ຂອງໄທ ລາຍງານ ວັນທີ 21 ພະຈິກ 2023 ວ່າ: ອົງການອະນາໄມໂລກ (WHO) ປະກາດວ່າ: ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກເປັນບັນຫາທີ່ເລັ່ງດ່ວນໃນທົ່ວໂລກ ໂດຍແພດທົ່ວໄປຂອງສະຫະລັດລະບຸວ່າ ຜົນກະທົບຕໍ່ການເສຍຊີວິດຂອງຄວາມຫງ່ວມເຫງົາ ນັ້ນເທົ່າກັບການສູບຢາ 15 ກອກຕໍ່ມື້, ສະພາວະ ຄວາມຫງ່ວມເຫງົາ ເພີ່ມຂຶ້ນເລື້ອຍໆ ຫລັງຈາກການລະບາດໃຫຍ່ຂອງພະຍາດໂຄວິດ-19ເຮັດໃຫ້ກິດຈະກຳ ທາງເສດຖະກິດ ແລະ ສັງຄົມ ຕ້ອງຢຸດສະງັກລົງ, ອົງການອະນາໄມໂລກຈຶ່ງໄດ້ຈັດຕັ້ງຄະນະກຳມາທິການລະຫວ່າງປະເທດ ກ່ຽວກັບບັນຫາຄວາມຫງ່ວມເຫງົາ.

ດຣ ວິເວກ ເມີຣີ່ ໜຶ່ງໃນຄະນະກຳມາທິການ ລະບຸວ່າ ຄວາມເຫງົາກຳລັງກາຍເປັນຄວາມກັງວົນດ້ານສາທາລະນະສຸກທົ່ວໂລກ ສົ່ງຜົນກະທົບຕໍ່ສຸຂະພາບ ຄວາມເປັນຢູ່ ແລະ ການພັດທະນາໃນທຸກດ້ານ, ຄວາມໂດດດ່ຽວທາງສັງຄົມ ມັນບໍ່ມີອາຍຸ ຫລື ຂອບເຂດ ຄວາມສ່ຽງດ້ານສຸຂະພາບນັ້ນເທົ່າກັບການສູບຢາ 15 ກອກຕໍ່ມື້ ຫຼື ຫລາຍກວ່າ ຄວາມສ່ຽງທີ່ກ່ຽວຂ້ອງກັບພະຍາດຕຸ້ຍ ແລະ ການບໍ່ຢາກອອກກຳລັງກາຍອີກດ້ວຍ.

ໃນກຸ່ມຜູ້ສູງອາຍຸ ຄວາມເຫງົາມີສ່ວນພົວພັນກັບຄວາມສ່ຽງທີ່ພາວະສະໝອງເສື່ອມເພີ່ມຂຶ້ນ 50% ແລະ 30% ເປັນຄວາມສ່ຽງຕໍ່ພະຍາດຫລອດເລືອດຫົວໃຈ ຫລື ຫລອດເລືອດໃນສະໝອງ, ສ່ວນໃນກຸ່ມໄວໜຸ່ມ ທີ່ປະສົບບັນຫາຄວາມເຫງົາໃນໂຮງຮຽນ ຈະມີທ່າອ່ຽງບໍ່ຢາກຮຽນຕໍ່ໃນມະຫາວິມະຍາໄລ ຫລາຍກວ່າຄົນທົ່ວໄປ ຄວາມເຫງົາຍັງສົ່ງຜົນກະທົບໃນດ້ານລົບທາງເສດຖະກິດທີ່ຫລຸດລົງ ແລະ ປະສິດທິພາບໃນການເຮັດວຽກຫລຸດລົງ.

ອົງການອະນາໄມໂລກ ປະກາດ ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກໃນທົ່ວໂລກ - 4 - ອົງການອະນາໄມໂລກ ປະກາດ ຄວາມຫງ່ວມເຫງົາເປັນໄພຄຸກຄາມດ້ານສາທາລະນະສຸກໃນທົ່ວໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!