ຈັບຕົວຄົນຮ້າຍດຶງກະເປົາປະຊາຊົນ ຢູ່ບ້ານ ທົ່ງຕູມ ເມືອງຈັນທະບູລີ ມາດຳເນີນຄະດີ


ວັນທີ 24 ພະຈິກ 2023, ພັນໂທ ສຸດຕາ ຫລຽນຄຳມີ ຮອງຫົວໜ້າພະແນກຕໍາຫລວດ ປກສ ເມືອງຈັນທະບູລີ ແຈ້ງໃຫ້ຮູ້ວ່າ: ເວລາ 10:30ໂມງ ຂອງວັນທີ 24 ສິງຫາ ຜ່ານມາ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ມີຊາຍຄົນໜຶ່ງບໍ່ຊາບຊື່ ຂັບຂີ່ລົດຈັກມາດຶງເອົາກະເປົາຂອງຕົນໄປ ຢູ່ຂອບເຂດ ບ້ານທົ່ງຕູມ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ, ເຊິ່ງໃນກະເປົາມີເງິນ ແລະ ເອກະສານສຳຄັນຈຳນວນໜຶ່ງ, ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ຈຶ່ງໄດ້ຕິດຕາມເປົ້າໝາຍດັ່ງກ່າວ, ມາຮອດວັນທີ 25 ສິງຫາ 2023 ຈຶ່ງກັກຕົວທ້າວ ປະສິດ ອາຍຸ 40 ປີ ພັກເຊົາຢູ່ບ້ານໂຊກນ້ອຍ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ມາສືບສວນ-ສອບສວນ.ໃນຂະນະທີ່ກັກຕົວຜູ້ກໍ່ເຫດພົບເຫັນຢາບ້າ 201 ເມັດ, ໂທລະສັບ 1 ໜ່ວຍ, ເງິນຢວນ 700 ຢວນ.
ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ ເຄີຍຊິງຊັບມາແລ້ວ 2 ຄັ້ງ, ປັດຈຸບັນເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນຫລັກຖານສົ່ງໃຫ້ໄອຍະການ ເພື່ອໃຫ້ສານຕັດສິນຕາມລະບຽບກົດໝາຍ.
Cr: ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ