ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ - 404803084 775375227950119 4607532032199696169 n - ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ - kitchen vibe - ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ປະທານ ຄກມດ ກະຊວງຍຸຕິທຳ ໄດ້ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2023 ວ່າ: ການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໂດຍສະເພາະແມ່ນການຊ່ວຍເຫລືອທາງດ້ານກົດໝາຍ ໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ທີ່ຂະແໜງການຍຸຕິທຳໄດ້ຈັດຕັ້ງປະຕິບັດຜ່ານມາ ແນໃສ່ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ. ກະຊວງຍຸຕິທຳ ກໍຄື ຂະແໜງຍຸຕິທຳທົ່ວປະເທດ ແລະ ສະພາທະນາຍຄວາມ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ການໃຫ້ບໍລິການທາງດ້ານກົດໝາຍແກ່ບັນດາກຸ່ມເປົ້າໝາຍ ຖືກຕ້ອງຕາມດຳລັດວ່າດ້ວຍການຊ່ວຍເຫລືອທາງດ້ານກົດໝາຍ ແລະ ຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ໂດຍຜ່ານບັນດາຂັ້ນຕອນຄື: ຮັບຄຳຮ້ອງ ຫລື ຄຳສະເໜີ ຂໍການຊ່ວຍ ເຫລືອ; ຄົ້ນຄວ້າ ແລະ ຕົກລົງ ກ່ຽວກັບການໃຫ້ການຊ່ວຍເຫລືອທາງດ້ານກົດໝາຍ; ການແຕ່ງຕັ້ງທະ ນາຍຄວາມ ຫລື ບຸກຄົນໃຫ້ການຊ່ວຍເຫລືອ; ການອະນຸມັດງົບປະມານ ເພື່ອໃຫ້ການຊ່ວຍເຫລືອ.
ຜ່ານການຈັດຕັ້ງປະຕິບັດວຽກຊ່ວຍເຫລືອທາງດ້ານກົດໝາຍ ໃນປີ 2023 ຜ່ານມາ ຂະແໜງ ຍຸຕິທຳທົ່ວປະເທດ ແລະ ສະພາທະນາຍຄວາມ ໄດ້ໃຫ້ບໍລິການທາງດ້ານກົດໝາຍ ແກ່ກຸ່ມເປົ້າໝາຍ ໂດຍຜ່ານການໃຫ້ຄຳປຶກສາທາງໂທລະສັບ, ການຕັ້ງໂຕະໃຫ້ຄຳປຶກສາແບບເຄື່ອນທີ່, ການສະໜອງຂໍ້ມູນຂ່າວສານ, ການຊ່ວຍເຫລືອຮ່າງເອກະສານ, ການແຕ່ງຕັ້ງທະນາຍຄວາມເປັນຜູ້ຕາງໜ້າ ລວມທັງໝົດ 161 ກໍລະນີ. ໃນນີ້, ການທຳຮ້າຍຈິດໃຈ 7 ກໍລະນີ, ການທຳຮ້າຍຮ່າງກາຍ 4 ກໍລະນີ ແລະ ຄວາມຮຸນແຮງທາງເພດ 150 ກໍລະນີ.
ນອກຈາກນີ້, ຍັງໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນ ເປີດຫ້ອງການຊ່ວຍເຫລືອທາງດ້ານກົດໝາຍປະຈຳຢູ່ພະແນກຍຸຕິທຳ 17 ແຂວງ ແລະ ຫ້ອງການຍຸຕິທຳ 112 ເມືອງ, ຝຶກອົບຮົມວຽກງານຊ່ວຍເຫລືອທາງດ້ານກົດໝາຍໃຫ້ຜູ້ຮັບຜິດຊອບໄດ້ 30 ຊຸດ, ມີຜູ້ເຂົ້າຝຶກອົບຮົມ 387 ຄົນ, ໂຄສະນາເຜີຍແຜ່ວຽກງານຊ່ວຍ ເຫລືອທາງດ້ານກົດໝາຍ, ຕັ້ງໂຕະບໍລິການຊ່ວຍເຫລືອທາງດ້ານກົດໝາຍຫລາຍຄັ້ງ.
ຜ່ານການໃຫ້ບໍລິການຊ່ວຍເຫລືອທາງດ້ານກົດໝາຍ ໄດ້ສ້າງຄວາມຮັບຮູ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການຊ່ວຍເຫລືອທາງດ້ານກົດໝາຍ, ບັນດາກຸ່ມເປົ້າໝາຍ ໄດ້ຮັບຮູ້ສິດທິຂອງເຂົາເຈົ້າ ແລະ ເຂົ້າມາຂໍການຊ່ວຍເຫລືອນັບມື້ຫລາຍຂຶ້ນ ສາມາດປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຖືກ ເສຍຫາຍຢ່າງບໍ່ໜ້ອຍ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ຈຶ່ງຮຽກຮ້ອງມາຍັງບັນດາກຸ່ມເປົ້າໝາຍ ຈົ່ງຕັດສິນໃຈເຂົ້າມາຂໍການຊ່ວຍເຫລືອຈາກພວກເຮົາ, ບໍ່ໃຫ້ຢ້ານກົວ ຫລື ອັບອາຍແຕ່ຢ່າງໃດ.
ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ - 3 - ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄຳເຫັນເນື່ອງໃນໂອກາດ ວັນສາກົນເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!