ຮອງ ລມຕ ກະຊວງການຕ່າງປະເທດ ຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5


ວັນທີ 29 ພະຈິກ 2023, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວຢ້ຽມຢາມ, ຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ທີ່ຄາດວ່າຈະເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2024.
ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ພາກສ່ວນກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ປະຕິບັດໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ດ້ວຍຄວາມຮັບຜິດຊອບສູງ, ສະເໜີໃຫ້ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຈົ່ງສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້ ໂດຍສະເພາະແມ່ນການກະກຽມຄວາມພ້ອມໃນທຸກດ້ານ ແລະ ໄດ້ກ່າວ ຢໍ້າເຖິງຄວາມໝາຍຄວາມສໍາຄັນຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5ນີ້ ເປັນການຕອບສະໜອງນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງດ້ານຄົມມະນາຄົມ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.
ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ວາງສີລາລຶກໂຄງການກໍ່ສ້າງ ໃນວັນທີ 28 ຕຸລາ 2022 ຜ່ານມາ, ປະຈຸບັນ ໜ້າວຽກຕ່າງໆ ເປັນຕົ້ນ ວຽກງານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ, ສິ່ງອໍານວຍຄວາມສະດວກ ແລະ ຕຶກອາຄານບໍລິຫານ ແມ່ນສາມາດປະຕິບັດໄດ້ຕາມແຜນ ແລະ ມີຜົນສໍາເລັດຕາມຄາດໝາຍກວມເອົາ 93%, ສໍາລັບບັນດາໜ້າວຽກກໍ່ສ້າງຂົວ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 69% ໂດຍລວມແລ້ວ ເຫັນວ່າ ທັງສອງໜ້າວຽກໄດ້ປະຕິບັດສໍາເລັດ 81%. ສໍາລັບ ພິທີເທເບຕົງເຊື່ອມຈອດຈຸດໃຈກາງຂອງຂົວ ແມ່ນຈະດຳເນີນໄປໃນຕົ້ນປີ 2024 ແລະ ຄາດວ່າຈະ ເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຢ່າງເປັນທາງການໃນທ້າຍປີ 2024.