ປີທ່ອງທ່ຽວຕ້ອງຄົບເຄື່ອງດ້ວຍນ້ຳໃສ ໄຟສະຫວ່າງ ທາງດີ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ປີທ່ອງທ່ຽວລາວ 2024 ກໍນັບມື້ຍັບເຂົ້າມາທຸກຂະນະ. ຖ້າພວກເຮົາພ້ອມກັນຍົກເອົານິ້ວມື້ຂຶ້ນມານັບແມ່ນຍັງອີກເດືອນກວ່າ ກໍຈະຮອດເດືອນ ມັງກອນຂອງ ປີ 2024. ເທົ່າທີ່ທິດກ່ຳໄດ້ຟັງ ແລະ ເຫັນໃນແຫລ່ງຂ່າວກໍມີ ຫລາຍເມືອງ, ຫລາຍແຂວງມີ ແຜນເຄື່ອນໄຫວ ແລະ ມີກິດຈະກຳຂອງຕົນຢ່າງລະອຽດເປັນຕົ້ນວ່າ: ນະຄອນຫລວງວຽງຈັນ ກໍໄດ້ຖືໂອກາດເອົາບຸນນະມັດສະການພະທາດຫລວງຜ່ານມານັ້ນ ເປັນໂອກາດເປີດປີທ່ອງທ່ຽວ. ແຂວງອື່ນໆກໍກຳລັງຮ່າງຫາກະກຽມປັບປຸງສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງຂອງຕົນ ເພື່ອກຽມຮອງຮັບນັກທ່ອງທ່ຽວຈະເຂົ້າມາໃນປີ 2024 ນີ້, ນອກຈາກຈາກແຂວງແລ້ວນັ້ນ, ກໍຍັງ ມີບັນດາເມືອງ ແລະ ແຂວງອື່ນໆ ໃຜກໍມີການກະກຽມ ແລະ ມີຄວາມພ້ອມເປັນການໃຫຍ່.
ສະຫລຸບແລ້ວ, ກິດຈະກຳໃນການທ່ອງທ່ຽວສ່ວນໃຫຍ່ພວກເຮົາກໍ ໄດ້ຖືເອົາໂອກາດບຸນຕ່າງໆຕາມຮີດຄອງປະເພນີເປັນຕົວຫລັກ. ນອກຈາກກິດຈະການທຳບຸນແລ້ວ, ຫລາຍທ້ອງຖິ່ນກໍຍັງມີຮີດຄອງປະເພນີດ້ານອື່ນໆທີ່ຫລາກຫລາຍ, ມີສະຖາປັດຕະຍະກຳ ແລະ ແຫລ່ງທຳມະຊາດອັນສວຍ ສົດງົດງາມ ເຊິ່ງສິ່ງເຫລົ່ານີ້ລ້ວນ ແລ້ວແຕ່ເປັນແຫລ່ງຂຸມຊັບທີ່ຈະ ເຮັດໃຫ້ພວກເຮົາມີລາຍໄດ້ເປັນກອບເປັນກຳ. ຄາດວ່າໃນປີທ່ອງ ທ່ຽວປີນີ້ແຕ່ລະບ້ານ, ແຕ່ລະເມືອງ ແລະ ແຕ່ລະແຂວງໃຜກໍຫ້າວ ແລະ ມີຄວາມຄາດຫວັງທີ່ຈະເຮັດ ໃຫ້ຜູ້ປະກອບການຕ່າງໆ ທັງພາກ ລັດ ແລະ ເອກະຊົນພາກັນຖົງຕຶ່ງ. ແຕ່ອີກສິ່ງໜຶ່ງທີ່ທິດກ່ຳຍັງຄິດຄະ ນິງ ແລະ ໜັກໃຈນຳກໍແມ່ນເລື່ອງ ນ້ຳໃສ, ໄຟສະຫວ່າງກັບທາງດີ.
ເປັນຫຍັງຈຶ່ງວ່າແນວນັ້ນ? ເພາະໃນສາມປັດໄຈ ນີ້ມັນລ້ວນແລ້ວແຕ່ເປັນສິ່ງທີ່ເຮັດໃຫ້ນັກທ່ອງ ທ່ຽວພາກັນຕິດອົກຕິດໃຈຕໍ່ມົນສະເໜ່ແຫ່ງເມືອງລາວ. ຄຳວ່າ ນ້ຳໃສນັ້ນມັນກໍບໍ່ອື່ນໄກ, ມັນແມ່ນ ຄວາມເປັນອັດທະຍາໃສໄມຕີຈິດ ແບບຈິງຈັງຈິງໃຈຕໍ່ແຂກບ້ານ ແຂກເມືອງທີ່ໄດ້ເຂົ້າມາສຳພັດ ລາມໄປຮອດການນຸ່ງການຖືທີ່ສະແດງໃຫ້ເຫັນເຖິງຄວາມເປັນ ເອກະລັກວັດທະນະທຳອັນດີງາມຂອງຊາດ, ລວມທັງການກິນ ການຢູ່ໄປພ້ອມ. ສ່ວນວ່າໄຟສະຫວ່າງນັ້ນກໍໝາຍເຖິງຍາມຄ່ຳ ຄືນມາເບິ່ງໄປຕາມເສັ້ນທາງ, ອາຄານສະຖານທີ່ຕະຫລອດເຮືອນຊານບ້ານຊ່ອງ ແລະ ຄຸ້ມບ້ານ, ວັດວາອາຮາມກໍມີແຕ່ຄວາມຮຸ່ງເຮືອງເຫລືອງເຫລື້ອມ, ມີລັດສະໝີສີສັນທີ່ຫລາກຫລາຍເບິ່ງໄປທາງໃດກໍຮຸ່ງແຈ້ງສະຫວ່າງສະໄຫວ, ໄປມາທາງໃດກໍມີແຕ່ຄວາມສຸກ, ຄວາມອົບອຸ່ນປອດໄພ. ປັດໄຈອັນທີ່ສາມທີ່ວ່າທາງດີນັ້ນ, ມັນກໍ່ແມ່ນຖະໜົນຫົນທາງ ບ່ອນທີ່ຈະໄປຫລິ້ນໄປທ່ຽວໃນແຕ່ ລະບ່ອນແຕ່ລະທີ່ນັ້ນກໍໃຫ້ມັນສະດວກພໍໄປມາ. ບາງເສັ້ນທາງເຖິງວ່າບໍ່ທັນໄດ້ປູຢາງ, ເທເບຕົງກໍຂໍ ຢ່າໃຫ້ເປັນຂຸມຫລືມີຂີ້ຝຸ່ນໄງ້ກຸ້ມຈົນເກີນເຫດ.