ນາຍົກ ຈະເດີນທາງຢ້ຽມຢາມ ສສ ຫວຽດນາມ ໃນວັນທີ 6-7 ມັງກອນ 2024 ເພື່ອເສີມຂະຫຍາຍສາຍພົວພັນຂອງສອງປະເທດ
January 3, 2024 - 9:15 AM


ອີງຕາມແຈ້ງການກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຈະເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6-7 ມັງກອນ 2024 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ.