ແອວນີໂຢ ຈະເຮັດໃຫ້ສະພາບອາກາດໂລກໃນປີນີ້ຮ້ອນກວ່າປີຜ່ານມາ
January 17, 2024 - 2:31 PM

ຂ່າວຕ່າງປະເທດລາຍງານວັນທີ 12 ມັງກອນ 2024, ອົງການອຸຕຸນິຍົມວິທະຍາໂລກ (WMO) ໄດ້ເປີດເຜີຍບົດລາຍງານການຄາດຄະເນວ່າ: ສະພາບອາກາດຂອງປີ 2024 ຈະຮ້ອນກວ່າປີ 2023 ແລະ ມີໂອກາດສູງເຖິງ 99% ທີ່ສະພາບອາກາດຂອງປີ 2024 ຈະຢູ່ໃນກຸ່ມສະພາບອາກາດຮ້ອນທີ່ສຸດ.
ຂະນະດຽວກັນ, WMO ວັດແທກອຸນຫະພູມສະເລ່ຍລາຍເດືອນ ລະຫວ່າງເດືອນມິຖຸນາ-ທັນວາ 2023 ຜ່ານມາ ສູງເປັນສະຖິຕິທຸກເດືອນ ໂດຍສະເພາະຢ່າງຍິ່ງອຸນຫະພູມຂອງເດືອນກໍລະກົດ ແລະ ເດືອນສິງຫາ 2023 ຊຶ່ງສູງເປັນປະຫວັດສາດສຳລັບເດືອນດັ່ງກ່າວ ແລະ ໃນປີນີ້ຍັງຄົງມີຄວາມເປັນໄປໄດ້ວ່າອຸນຫະພູມໃນແຕ່ລະເດືອນຈະຍັງຄົງສູງຂຶ້ນ ເນື່ອງຈາກປາກົດການແອວນີໂຢ.
ນອກຈາກນີ້, NASA ຄາດວ່າ: ມີໂອກາດ 50% ທີ່ສະພາບອາກາດໂລກໃນປີນີ້ອຸ່ນຂຶ້ນ ແລະ ມີໂອກາດ 50% ທີ່ສະພາບອາກາດໂລກໃນປີນີ້ຈະເຢັນກວ່າປີຜ່ານມາ.