ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ ຈະມາຢ້ຽມຢາມ ສປປ ລາວ ໃນວັນທີ 26-29 ມັງກອນ 2024
January 24, 2024 - 10:27 AM

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ, ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian BALAKRISHNAN) ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມທາງການ ສປປ ລາວ ໃນວັນທີ 26-29 ມັງກອນ 2024, ເພື່ອເພີ່ມທະວີຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໃນທ່າມກາງການສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ-ສິງກະໂປ ຄົບຮອບ 50 ປີ.