ກຳມາທິການກົດໝາຍສະຫລຸບການເຄື່ອນໄຫວວຽກງານ


ເມື່ອທ້າຍອາທິດຜ່ານມານີ້, ຢູ່ທີ່ສູນຝຶກອົບຮົມແນວລາວສ້າງຊາດນະຄອນຫລວງວຽງຈັນ, ກຳມາທິການກົດໝາຍສະພາ ແຫ່ງຊາດໄດ້ຈັດກອງປະຊຸມ ສະຫລຸບຖອດຖອນ ບົດຮຽນການປະຕິບັດໜ້າທີ່ວຽກງານໃນ 1 ປີຜ່ານ ມາ ແລະ ກໍານົດທິດທາງແຜນ ການເຄື່ອນໄຫວວຽກງານຕໍ່ໜ້າ, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະ ທານສະພາແຫ່ງຊາດ, ທ່ານ ສາຍ ທອງ ແກ້ວດວງດີ ປະທານກຳ ມາ ທິການກົດໝາຍ, ມີພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງ ພ້ອມພຽງ.
+ ລາວ ແລະ ກາແດງສາກົນຮ່ວມປຶກສາຫາລືກ່ຽວກັບກົດໝາຍມະນຸດສະທໍາສາກົນ
+ ຮອງລັດຖະມົນຕີກະຊວງສຶກສາເຄື່ອນໄຫວຊີ້ນຳວຽກງານ ຢູ່ເມືອງໂພນທອງແຂວງຫລວງພະບາງ
ທ່ານປະທານກຳມາ ທິການ ກົດໝາຍກ່າວວ່າ: ກອງປະຊຸມ ຄັ້ງນີ້ເພື່ອຕີລາຄາການຈັດຕັ້ງ ປະຕິບັດພາລະບົດບາດການ ເປັນເສນາທິການໃຫ້ແກ່ສະພາ ແຫ່ງຊາດໃນດ້ານນິຕິກຳ, ການ ຕົກລົງບັນຫາສຳຄັນພື້ນຖານ ຂອງຊາດ ແລະ ການຕິດຕາມ ກວດກາການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດ ໝາຍຂອງອົງການລັດ, ພ້ອມ ທັງປຶກສາຫາລື, ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງບົດ ສະຫລຸບການເຄື່ອນໄຫວວຽກ ງານປະຈຳປີ 2017 ແລະ ທິດທາງ 2018 ຂອງກຳມາທິ ການກົດໝາຍ ແລະ ຄົ້ນຄວ້າ ປະກອບຄຳເຫັນໃສ່ຮ່າງກົດ ໝາຍວ່າດ້ວຍກວດກາລັດ (ສະ ບັບປັບປຸງ) ແລະ ຮັບຟັງການ ລາຍງານຜົນການຕີລາຄາການ ຈັດຕັ້ງປະຕິບັດກົດໝາຍ, ການ ອອກນິຕິກຳລຸ່ມກົດໝາຍ ແລະ ທິດທາງແຜນ ການຕໍ່ໜ້າຂອງ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ກະ ຊວງໂຍທາທິການ ແລະ ຂົນ ສົ່ງ, ກະຊວງຍຸຕິທຳ, ສະພາ ປະຊາຊົນ ນະຄອນຫລວງວຽງ ຈັນ, ສະພາປະຊາຊົນແຂວງ ບໍ່ແກ້ວ ແລະ ສະພາປະຊາຊົນ ແຂວງຈຳປາສັກ.
ໃນໂອກາດນີ້, ທ່ານຮອງ ປະທານສະພາແຫ່ງຊາດ, ໄດ້ ໂອ້ລົມເນັ້ນໃຫ້ກໍາມາທິການດັ່ງ ກ່າວເອົາໃຈໃສ່ປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງ ຕົນໃຫ້ດີ ເພື່ອຮັບປະກັນໃຫ້ການ ເຄື່ອນໄຫວວຽກງານມີປະສິດ ທິຜົນຫລາຍຂຶ້ນ.