ແລມເບີດ ປະກາດອຳລາວົງການບານເຕະແລ້ວ, ເຊົາແທມຕັນ ຍົກເປັນໜຶ່ງໃນຕຳນານຂອງທີມ
October 3, 2017 - 4:10 PM




ແລມເບີດ ເກີດທີ່ເມີຊີໄຊ ກ່ອນຍ້າຍມາໄປຫຼິ້ນໃຫ້ກັບ ຫຼາຍສະໂມສອນ ແຕ່ປະສົບ ຄວາມສຳເລັດທີ່ສຸດຄື ທີມເຊົາ ແທມຕັນ ທີ່ລາວເອງພາທີມ ເລື່ອນຊັ້ນຈາກລີກວັນຂຶ້ນມາ ຫຼິ້ນໃນພຣີເມຍລີກໄດ້ສຳເລັດ ກ່ອນຍ້າຍໄປຢູ່ກັບ ລີເວີພູລ, ເວສບຣອມວິດ ແລະ ຄາດິຟ ຊິຕີ ເປັນທີມສຸດທ້າຍ.
ຂະນະທີ່ກັບ ທີມຊາດອັງ ກິດ ລາວຕິດທີມໄປຫຼິ້ນບານ ໂລກຮອບສຸດທ້າຍທີ່ ບຣາຊິລ ນຳອີກ ໂດຍລົງຫຼິ້ນໃຫ້ ທີມ ຊາດອັງກິດ ໄປ 11 ນັດ ຍິງ 3 ປະຕູ.
ເຊົາແທມຕັນ ສະໂມສອນ ທີ່ ແລມເບີດ ຫຼິ້ນມາດົນເຖິງ 5 ປີ ໄດ້ໂພສເຟສບຸກຂອບໃຈສິ່ງ ທີ່ ແລມເບີດ ເຮັດມາຕະຫຼອດ ແລະ ຍົກໃຫ້ເປັນໜຶ່ງໃນຕຳ ນານຂອງທີມ ກ່ອນຈະອວຍ ພອນໃຫ້ ແລມເບີດ ປະສົບ ຄວາມສຳເລັດໃນອະນາຄົດ.