ຄ່າທຳນຽມທາງ ທີ່ສວ່າງໃຈ!​

- 21766855 365354340560918 4161675063542123616 n - ຄ່າທຳນຽມທາງ ທີ່ສວ່າງໃຈ!​
- kitchen vibe - ຄ່າທຳນຽມທາງ ທີ່ສວ່າງໃຈ!​

ການເສຍຄ່າທຳນຽມທາງເປັນປົກກະຕິນັ້ນ ແມ່ນເປັນສິ່ງທີ່ຄວນໄດ້ຮັບການຈັດຕັ້ງປະຕິບັດ “ຢ່າງຄັກແນ່” ເພາະການເຮັດໃຫ້ເສັ້ນທາງແລ່ນໄດ້ສະດວກດີນັ້ນ ກໍແມ່ນເລີ່ມຈາກການປະກອບສ່ວນຂອງແຕ່ລະຄົນ!​

ເມື່ອບໍ່ດົນຜ່ານມາ (ວັນທີ 20 ກັນຍາ 2017) ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ ປະຈຳປີ 2018​ ໄດ້ຖືກເຜີຍແຜ່ຕໍ່ມວນຊົນຢ່າງກວ້າງຂວາງ, ບາງຜ່ອງກໍຈົ່ມວ່າ “ຊິມາຕຶ່ມລາຍຈ່າຍອີກລະນໍ” ແຕ່ບາງຜ່ອງກໍວ່າ “ກໍດີຄືກັນໄດ໋ ຖ້າເຮົາສາມາດນຳໃຊ້ເງິນດັ່ງກ່າວຢ່າງມີປະສິດຜົນ ໂດຍທີ່ປະຊາຊົນໃຫ້ ການຮ່ວມມືທີ່ດີ”.

- Visit Laos Visit SALANA BOUTIQUE HOTEL - ຄ່າທຳນຽມທາງ ທີ່ສວ່າງໃຈ!​

ຫຼາຍຄົນກໍຍັງບໍ່ເຂົ້າໃຈແຈ້ງຊໍ້າວ່າ ຄ່າທຳນຽມທາງນີ້ ແມ່ນຫຍັງກັນແທ້? ໃນມາດຕາ 2 ຂອງລັດຖະບັນຍັດ ດັ່ງກ່າວເພິ່ນໄດ້ອະທິບາຍຈະແຈ້ງວ່າ “ຄ່າທຳນຽມທາງແມ່ນ ການກຳນົດຄ່າຢຽບທາງຂອງຍານພາຫະນະ ທີ່ເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນ ແລະຕ່າງປະເທດທີ່ດຳລົງຊີວິດ ແລະເຄື່ອນໄຫວທຸລະກິດ ໃນດິນແດນຂອງສປປລາວ” ໂດຍເພິ່ນໄດ້ກຳນົດຫຼັກການຄັກແນ່ໃນການຄິດໄລ່ ຄ່າທຳນຽມຂອງພາຫະນະ ເຊິ່ງອີງໃສ່ປະເພດ, ຄວາມແຮງ, ນໍ້າໜັກ ແລະບ່ອນນັ່ງເປັນຕົ້ນ ເຊິ່ງຮວມແລ້ວມີ 21 ປະເພດທີ່ແຕກຕ່າງກັນ.

ນັບວ່າການກຳນົດຄ່າທຳນຽມທາງສະບັບນີ້ ມີຄວາມລະອຽດພໍສົມຄວນ ເຊິ່ງພວກເຮົາສາມາດຄິດໄລ່ຄ່າທຳນຽມທາງຂອງຍານພາຫະນະຕົນເອງໄດ້ຢ່າງງ່າຍດາຍອີງໃສ່ບັນດາຂໍ້ກຳນົດຂອງລັດຖະບັນຍັດດັ່ງກ່າວ.

ເຖິງວ່າຄ່າທຳນຽມທາງປະຈຳປີອາດບໍ່ແມ່ນເລື່ອງໃໝ່ແຕ່ປີນີ້ປວງຊົນກໍໃຫ້ຄວາມສົນໃຈເປັນພິເສດ ເພາະເຫດຜົນອັນນຶ່ງກໍຄື ໃນເວລາໄລເລ່ຍກັນນັ້ນກໍມີແນວທາງການສ້າງ ຕັ້ງກອງທຶນທາງ ທີ່ຖືກເຜີຍແຜ່ໃນປີນີ້ ທີ່ປະຊາຊົນໃຫ້ຄວາມສົນໃຈຫຼາຍ, ແລະເມື່ອລັດຖະບັນຍັດດັ່ງກ່າວ ຖືກເຜີຍແຜ່ທາງສື່ສັງຄົມອອນລາຍ (Online) ນັ້ນ ປະກົດວ່າມີປະຊາຊົນເຂົ້າໄປມີຄວາມຄິດເຫັນຢ່າງຫຼາກຫຼາຍ ແຕ່ຊັ່ງຊາເບິ່ງແລ້ວ ແມ່ນໄປທາງລົບຫຼາຍ ກວ່າທາງບວກ.

ແຕ່ເຖິງຢ່າງໃດກໍຕາມ ຄ່າທຳນຽມແມ່ນເປັນເລື່ອງທີ່ປົກກະຕິທີ່ສຸດ ເພາະທຸກປະເທດໃນໂລກກໍມີໝົດ ຕ່າງແຕ່ການກຳນົດມູນຄ່າຂອງລົດແຕ່ລະປະເພດນັ້ນມີຄວາມແຕກຕ່າງກັນ ແລະຢູ່ຫຼາຍປະເທດຍິ່ງແພງ ກວ່າພວກເຮົາ ຍົກຕົວຢ່າງ ຢູ່ປະເທດສິງກະໂປ ຖ້າເຮົາມີລົດຈັກທີ່ມີຄວາມແຮງ 110​ CC ປີນຶ່ງຈະໄດ້ເສຍ ຄ່າທຳນຽມທາງປະມານ 2​ ລ້ານກີບຕໍ່ປີ (314 ໂດລາ ສິງກະໂປ-ຂໍ້ມູນຈາກ ໜ່ວຍງານການຄຸ້ມຄອງຂົນສົ່ງທາງບົກ, ປະເທດສິງປະໂປ ປີ 2017)​ ແລະ ຢູ່ປະເທດໄທກໍປະມານ 75,000-100,000 ກີບຕໍ່ປີ (300-400 ບາດ-ຂໍ້ມູນຈາກ ກົມການຂົນສົ່ງທາງບົກ ປະເທດໄທປີ 2014) ແຕ່ຢູ່ລາວເຮົາມີ ພຽງແຕ່ 15,000 ກີບຕໍ່ປີ ເຊິ່ງນັບວ່າຖືກກວ່າຫຼາຍ.

ແຕ່ແນວໃດກໍຕາມ ອາດຈະບໍ່ມີການສຳຫຼວດຄັກແນ່ກ່ຽວກັບຈຳນວນຜູ້ທີ່ບໍ່ໄປເສຍຄ່າທຳນຽມທາງແຕ່ລະປີ ໃນ ສປປລາວ ແຕ່ເຈົ້າໜ້າເພິ່ນກໍຄາດການວ່າ ຍັງມີປະຊາຊົນຈຳນວນຫຼາຍທີ່ບໍ່ໄປເສຍຄ່າທຳນຽມທາງ. ໃນຄວາມເປັນຈິງແລ້ວ ການເສຍຄ່າທຳນຽມທາງແມ່ນພັນທະຂອງພົນລະເມືອງລາວທຸກຄົນ ທີ່ຕ້ອງມີການຕື່ນຕົວໄປເສຍເປັນປົກກະຕິແຕ່ລະປີ ເພື່ອປະກອບສ່ວນເຂົ້າງົບປະມານຂອງລັດ ແຕ່ທາງກັບກັນ ການບໍລິຫານ ແລະການຄຸ້ມຄອງງົບປະມານ ໃນການປົວແປງເສັ້ນທາງ ໃຫ້ຢູ່ໃນສະພາບທີ່ດີ ມີຄວາມໂປ່ງໄສນັ້ນ ເປັນສິ່ງຈຳເປັນທີ່ສຸດທີ່ຈະເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ວາງໃຈໄດ້ວ່າ ການປະກອບສ່ວນຂອງ ປະຊາຊົນທຸກກີບຖືກນຳໃຊ້ເຂົ້າໃນການກໍ່ສ້າງ ແລະປົວແປງເສັ້ນທາງຢ່າງມີປະສິດຜົນ.

- 3 - ຄ່າທຳນຽມທາງ ທີ່ສວ່າງໃຈ!​
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!