ແຈ້ງການ ກຽມອົບພະຍົບປະຊາຊົນຊົນ ເມືອງເຊໂປນ ຊົ່ວຄາວ ເພື່ອເຄື່ອນຍ້າຍ ແລະ ທຳລາຍລູກບົມໃຫຍ່

ວັນທີ 16 ກຸມພາ 2024, ເມືອງເຊໂປນແຈ້ງການ ກະກຽມອົບພະຍົບຊົ່ວຄາວຂອງປະຊາຊົນໃນຂອບເຂດທີ່ຈະເຄື່ອນຍ້າຍ ແລະ ທໍາລາຍບົມ ໃຫຍ່ບໍ່ທັນແຕກ ຢູ່ບ້ານ ສອນມີໄຊ, ເມືອງ ເຊໂປນ ໃນວັນທີ 20 ກຸມພາ 2024.
ປັດຈຸບັນ ມີການກວດພົບບົມໃຫຍ ່ MK82 GPLD 500 ibs FUZE FMU 54B ທີ່ບໍ່ທັນແຕກ ຢູ່ພາຍໃນເຮືອນຂອງປະຊາຊົນ, ບ້ານ ສອນມີໄຊ, ເມືອງເຊໂປນ ຈຸດພິກັດ (16.699074406742277, 106.21419586890175) ເພື່ອ ຮັບປະກັນຄວາມປອດໄພຂອງປະຊາຊົນ ທີ່ອາໄສ ແລະ ສັນຈອນ ໃນຂອບເຂດດັ່ງກ່າວ ຄະນະກໍາມະການຄຸ້ມຄອງ ລບຕ ຂັ້ນເມືອງ ຈຶ່ງອອກແຈ້ງການເພື່ອເປັນ ແນວທາງການປະຕິບັດໃນມື້ທີ່ຈະມີການເຄື່ອນຍ້າຍ ແລະ ທໍາລາຍ ບົມໃຫຍ່ດັ່ງກ່າວ ໃນຄັ້ງວັນທີ 20 ກຸມພາ 2024 ເຊິ່ງລາຍລະອຽດລຸ່ມນີ້:
1. ໃຫ້ບັນດາພໍ່ແມ່ປະຊາຊົນທີ່ດໍາລົງຊີວິດ ແລະ ສັນຈອນພາຍໃນຂອບເຂດ 6 ບ້ານດັ່ງນີ້: ບ້ານ ສອນມີໄຊ ບ້ານ ທ່າໂຂງ, ບ້ານ ຫ້ວຍຍືງ, ບ້ານ ວົງວິໄລ, ບ້ານ ອຸດົມສຸກ, ບ້ານ ຫ້ວຍຕ້ອນ (ຄຸ້ມວັງຊ້າງ), ເມືອງ ເຊໂປນ ເຄື່ອນຍ້າຍ, ອົບພະຍົບຊົ່ວຄາວ ອອກຫ່າງຈາກຈຸດທີ່ພົບເຫັນບົມໃຫຍ່ ໃນໄລຍະລັດສະໝີ 1.500 ແມັດມົນທົນ ໃຫ້ເລີ່ມເຄື່ອນຍ້າຍ, ອົບພະຍົບ ຕັ້ງແຕ່ເວລາ 06:00 ໂມງເຊົ້າ ແລະ ເວລາ 09:00 ໂມງເຊົ້າ ແມ່ນເຄື່ອນຍ້າຍອອກໄປຢູ່ບ່ອນປອດໄພໃຫ້ສໍາເລັດ ແລະ ຫ້າມເຂົ້າມາໃນຂອບເຂດ ດັ່ງກ່າວຈົນເຖິງເວລາ 12:30 ໂມງ ເດັດຂາດ;
2. ໃຫ້ບັດດາບໍລິສັດ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດ, ຫ້າງຮ້ານ, ບຸກຄົນ ແລະ ນິຕິບຸກຄົນ ທີ່ດໍາເນີນ ກິດຈະການພາຍໃນຂອບເຂດໄລຍະລັດສະໝີ 1.500 ແມັດມົນທົນ ຈາກຈຸດທີ່ພົບເຫັນບົມໃຫຍ່ ໃຫ້ປິດ ກິດຈະການ, ຢຸດການໃຫ້ບໍລິການ, ປິດຫ້າງຮ້ານຊົ່ວຄາວ ນັບຕັ້ງແຕ່ເວລາ 08:30 ໂມງ ຈົນເຖິງ ເວລາ 12:30 ໂມງ;
3. ໃຫ້ບັນດາຫ້ອງການ, ສໍານັກງານອົງການ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຢູ່ໃນຂອບເຂດໄລຍະລັດ ສະຫມີ 1,500 ແມັດມົນທົນ ຈາກຈຸດທີ່ພົບເຫັນບົມໃຫຍ່ ໃຫ້ຢຸດພັກການເຮັດວຽກຊົ່ວຄາວ ນັບຕັ້ງແຕ່ ເວລາ 06:00 ໂມງ ຈົນເຖິງ ເວລາ 12:30 ໂມງ;
4. ໃຫ້ບັນດາໂຮງຮຽນທຸກຊັ້ນຮຽນ ທັງພາກລັດ ແລະ ເອກະຊົນ ທີ່ຕັ້ງຢູ່ພາຍໃນຂອບເຂດໄລຍະລັດສະຫມີ 1,500 ແມັດມົນທົນ ຈາກຈຸດທີ່ພົບເຫັນບົມໃຫຍ່ ໃຫ້ຢຸດພັກການຮຽນ-ການສອນຊົ່ວຄາວ ນັບຕັ້ງແຕ່ ເວລາ 6:00 ໂມງ ຈົນເຖິງ ເວລາ 12:30 ໂມງ;
5. ໃຫ້ປິດການສັນຈອນພາຍໃນເສັ້ນທາງເລກເກົ້າ (ເສັ້ນ AH16) ຈາກຂອບເຂດ ບ້ານ ເມືອງແສນ ຫາ ບ້ານ ນາບໍ່ ນັບຕັ້ງແຕ່ເວລາ 9:00 ໂມງ ຫາ ເວລາ 12:30 ໂມງ ເພາະຈະມີການເຄື່ອນຍ້າຍບົມໃຫຍ່ອອກ ຈາກຈຸດພົບເຫັນ;
6. ມອບໃຫ້ກໍາລັງພົນ ປກສ – ປກຊ ບ້ານ ຈັດເວນຍາມ, ກວດກາ ແລະ ຕິດຕາມການເຄື່ອນຍ້າຍອົບພະຍົບ ຂອງປະຊາຊົນ ໃຫ້ເປັນລະບຽບ ແລະ ຖ່ວງທັນເວລາ.
ດັ່ງນັ້ນ; ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຮ່ວມມືໃນການຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ໃຫ້ໄດ້ຮັບຜົນດີ.