ສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຍິງຄ້າຢາເສບຕິດຈໍາຄຸກ 5 ປີ

ໃນວັນທີ 3 ຕຸລານີ້, ສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດນາງ ຕາ ອາຍຸ 20 ປີຢູ່ບ້ານແກງປາຢ້າງເມືອງຫາດຊາຍຟອງນະຄອນຫລວງວຽງຈັນໃຫ້ຈໍາຄຸກເປັນເວລາ 5 ປີພ້ອມປັບໃໝ 10 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດ, ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອກາງປີ 2016 ຜ່ານມາ, ພ້ອມຂອງກາງຢາບ້າ 20 ເມັດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ກ່ຽວໄດ້ເລີ່ມເສບຢາເສບຕິດມາແຕ່ຕົ້ນປີ 2016 ໂດຍແມ່ນຜົວເປັນຜູ້ພາເສບ ແລະ ເຄື່ອນໄຫວຂາຍຢາເສບຕິດໃຫ້ໄວລຸ້ນພາຍໃນບ້ານ ແລະ ບ້ານໃກ້ຄຽງເຂດເມືອງຫາດຊາຍຟອງ ແລະ ຢາເສບຕິດທີ່ເອົາມາຈໍາໜ່າຍແມ່ນຊື້ຈາກຂະບວນການຄ້າຢາເສບຕິດໃນເຂດເມືອງຫາດຊາຍຟອງ ແລະ ຜ່ານມາຜູ້ກ່ຽວເຄີຍຖືກອຳນາດການປົກຄອງບ້ານສຶກສາອົບຮົມມາແລ້ວ ຄັ້ງໜຶ່ງຍ້ອນພົວພັນກັບຢາເສບຕິດ, ແຕ່ບໍ່ປ່ຽນແປງ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍດັ່ງກ່າວ. ສ່ວນຜົວຂອງຜູ້ກ່ຽວກໍຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີໃນກ່ອນໜ້າແລ້ວຍ້ອນຄ້າຂາຍຢາເສບຕິດເຊັ່ນກັນ.
+ສານປະຊາຊົນແຂວງໄຊຍະບູລີຕັດສິນລົງໂທດຜູ້ຄ້າຂາຍຢາເສບຕິດຈໍາຄຸກຕະຫລອດຊີວິດ