ກະຊວງແຜນການ ແລະ ການລົງທຶນ ຕ້ອງເປັນໃຈກາງກວດຄືນບັນດາໂຄງການລົງທຶນຂອງລັດ ຖ້າໂຄງການໃດບໍ່ມີຄວາມຈຳເປັນໃຫ້ຕັດອອກ ແລະ ໂຈະການດໍາເນີນ


ໃນໂອກາດທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງແຜນການ ແລະ ການລົງທຶນ (ຜທ) ຄົບຮອບ 48 ປີ (20 ກຸມພາ 1976-20 ກຸມພາ 2024 ) ທ່ານໄດ້ເນັ້ນໜັກບາງຈຸດຕື່ມ ເພື່ອໃຫ້ຂະແໜງແຜນການ ແລະ ການລົງທຶນ ຕ້ອງໄດ້ເອົາໃຈໃສ່ ແລະ ຮີບຮ້ອນນໍາໄປແກ້ໄຂຄື: ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025 ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານເຄັ່ງຮ້ອນດ້ານເສດຖະກິດ-ການເງິນໃນການແກ້ໄຂອັດຕາເງິນເຟີ້ ລາຄາສິນຄ້າ ອັດຕາແລກປ່ຽນ ແລະ ໜີ້ສິນ ໂດຍການຫັນເປັນອັນລະອຽດ ແລະ ເປັນຄວາມຮັບຜິດຊອບໃນທົ່ວການຈັດຕັ້ງພັກ-ລັດ ສຸມໃສ່ປັບປຸງການຄຸ້ມຄອງງົບປະມານການລົງ ທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ ໂດຍການປັບປຸງກົນໄກ ນິຕິກຳຕ່າງໆ ຂະຫຍາຍຖານລາຍຮັບພາສີ-ອາກອນໃໝ່ທີ່ຍືນຍົງ ແລະ ເລັ່ງຂະຫຍາຍການຫັນເປັນທັນສະໄໝໃນການເກັບລາຍຮັບ.
ຄຽງຄູ່ກັບການປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ຕິດພັນກັບການຍົກສູງປະສິດທິພາບການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ຫຼີກລ້ຽງການສ້າງໜີ້ສິນເພີ່ມ ຕິດພັນກັບໜີ້ສິນການລົງທຶນຂອງລັດ ຕ້ອງໄດ້ເຂັ້ມງວດວິໄນແຜນການ-ການເງິນ ກະຊວງແຜນການ ແລະ ການລົງ ທຶນ ສົມທົບແໜ້ນກັບຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການຮ່ວມກັນບໍ່ໃຫ້ສ້າງໜີ້ສິນເພີ່ມຂຶ້ນອີກ ເປັນຕົ້ນ: ຕ້ອງລົງທຶນຢ່າງມີຈຸດສຸມ ມີການເລືອກເຟັ້ນຕາມບຸລິມະສິດ ຍົກສູງປະສິດທິຜົນຂອງການລົງທຶນດ້ວຍການລົງທຶນໃສ່ແຕ່ລະເປົ້າໝາຍການພັດທະນາຢ່າງສອດຄ່ອງ ສືບຕໍ່ກວດກາບັນດາໂຄງການທຶນນອນໃນແຜນທີ່ສະພາແຫ່ງຊາດອະນຸມັດຕາມແຈ້ງການເລກທີ 533/ຫສນຍ ລົງວັນທີ 20 ເມສາ 2022 ໂດຍໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບຂະແໜງການ ແລະ ອົງການປົກ ຄອງທ້ອງຖິ່ນ ກວດກາຄືນບັນດາໂຄງການລົງທຶນຂອງລັດທີ່ໄດ້ຮັບອະນຸມັດໄປແລ້ວ ຖ້າໂຄງການໃດບໍ່ທັນໄດ້ຈັດຕັ້ງປະຕິບັດ ຫຼື ຈັດຕັ້ງປະຕິບັດໄດ້ສ່ວນໃດສ່ວນໜຶ່ງ ແຕ່ເຫັນວ່າບໍ່ທັນມີຄວາມຈຳເປັນໃຫ້ຕັດອອກ ຈາກແຜນ ແລະ ໂຈະການດໍາເນີນໄວ້ກ່ອນ ສືບຕໍ່ປັບປຸງກົນໄກ ລະບຽບການ ແລະ ສ້າງເງື່ອນໄຂເພື່ອດຶງດູດການລົງທຶນຈາກຕ່າງປະເທດໃຫ້ເພີ່ມຂຶ້ນ ຊຸກຍູ້ໂຄງການຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ໃຫ້ໄປຕາມແຜນທີ່ກຳນົດໄວ້ ແລະ ວຽກງານອື່ນໆ.