ດ່ານສາກົນປາກຊັນ ເກັບລາຍຮັບລື່ນແຜນເປັນຈຳນວນຫລາຍ

ຂ່າວ-ພາບ: ກະຊວງການເງິນ
ດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ເປັນອີກດ່ານທີ່ມີການບໍລິການສິນຄ້າຜ່ານ, ມີເສັ້ນທາງເຊື່ອມຕໍ່ໄປຍັງສສ ຫວຽດນາມ ແລະ ພາກພື້ນ, ຈຶ່ງກາຍເປັນປະຕູເສດຖະກິດການບໍລິການທາງຜ່ານຈາກຕາເວັນອອກສູ່ຕາເວັນຕົກ, ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ເກີນຄາດໝາຍທີ່ວາງໄວ້ໝ.
ທ່ານ ໝອນແກ້ວ ດາລາວົງ ຫົວໜ້າດ່ານພາສີດັ່ງກ່າວ ໄດ້ໃຫ້ສຳພາດຕໍ່ທິມງານຂ່າວການເງິນວ່າ: ດ່ານພາສີສາກົນປາກຊັນ ປະກອບມີ 3 ດ່ານປະເພີນີຂຶ້ນກັບຄື: ດ່ານ ບ້ານທວາຍ, ທ່າສະອາດ ແລະ ດ່ານປະເພນີ ປາກກະດິງ, ຊຶ່ງແຕ່ດ່ານເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ໂດຍສະເພາະດ່ານພາສີສາກົນປາກຊັນ ໄດ້ເນັ້ນໃສ່ຂອດການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ພ້ອມຍັງໄດ້ຂະຫຍາຍເວລາໃຫ້ບໍລິການ, ເຊິ່ງສາມາດດຶງດູູດເອົານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ຕ່າງແຂວງມາໃຊ້ບໍລິການເຮັດໃຫ້ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານດ່ານເພີ່ມຂຶ້ນ ແລະ ມີບັນຍາກາດຟົດຟື້ນ, ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານທີ່ໄດ້ຮັບມອບໝາຍຄື: ຕ້ອງເກັບລາຍຮັບໃຫ້ໄດ້ 87 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດພຽງ 9 ເດືອນ 2017 ດ່ານແຫ່ງນີ້ປະຕິບັດໄດ້ແລ້ວ 136 ຕື້ກວ່າກີບ, ເທົ່າກັບ 155,52% ຂອງແຜນການປີວາງໄ້ວ ແລະ ຖ້າທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 270%, ເສດເຫດທີ່ພາໃຫ້ລາຍຮັບເກີນແຜນການທີ່ວາງໄວ້ແມ່ນຍ້ອນລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ການນໍາເຂົ້າພາຫະນະໃໝ່, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ອື່ນໆ…ຜ່ານໄປຍັງປະເທດທີ 3 ແລະ ການບໍລິການຄ່າທຳນຽມເຂົ້າ-ອອກຜ່ານດ່ານພາສີສາກົນ, ດ່ານປະເພນີຕ່າງໆ…ນອກຈາກນີ້, ບັນຫາເສດຖະກິດຂອງ ສປ ລາວ ໂດຍສະເພາະເສດຖະກິດຂອງແຂວງເຫັນວ່າມີທ່ານອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກຳລັງຊື້ຂອງສັງຄົມເປັນຕົ້ນ: ກຳລັງຊື້ພາຫະນະໃໝ່, ສ່ວນການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 3 ເດືອນທ້າຍປີ 2017 (ເດືອນ 10,11,12/2017) ຢ່າງຕໍ່າບໍ່ຫລຸດ 25 ຕື້ກີບ.
+ປີນີ້ຂະແໜງພາສີເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 65%
+ເມືອງຮົ່ມແນະນຳການແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນຂັ້ນເມືອງຄຸ້ມຄອງ
ທ່ານ ໝອນແກ້ວ ດາລາວົງ ກ່າວວ່າ: ຄຽງຄູ່ກັບການຈັດປະຕິບັດວຽກງານວິຊາສະເພາະຂອງຕົນແລ້ວ ຍັງໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດ ຖະກອນໃຫ້, ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ສືບຕໍ່ປັບປຸງແບບແຜນວິທີນຳພາ, ແບ່ງຄວາມຮັບຜິດ ຊອບ, ຈັດວາງພະນັກງານເຂົ້າໃສ່ບັນດາຈຸງານ, ດ່ານປະເພນີໃຫ້ມີຄວາມຄ່ອງຕົວ ແລະ ລົງກວດກາເຂັ້ມງວດສິນຄ້າເຂົ້າ-ອອກດ່ານ, ເພີ່ມທະວີປະສານສົມທົບກັບກອງກວດກາຕົ້ນທາງ-ປາຍທາງ ເພື່ອຊ່ວຍຕິຕາມກວດກາສິນຄ້ານຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນຕາມຄໍາຂວັນທີ່ວ່າ “ເກັບໃຫ້ຖືກຕ້ອງ ເກັບໃຫ້ໝົດຄົບຖ້ວນ ແລະ ທັນຕາມກໍານົດເວລາ”.