ປີນີ້ຂະແໜງພາສີເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 65%

- kitchen vibe - ປີນີ້ຂະແໜງພາສີເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 65%

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີກະຊວງການເງິນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ພາຍຫລັງລັດຖະບານ ກໍຄືກະຊວງການເງິນໄດ້ຫັນວຽກງານຂະແໜງພາສີໄປສູ່ທັນສະໄໝມານີ້, ເຫັນວ່າການເຄື່ອນໄຫວວຽກງານມີລັກສະນະຕັ້ງໜ້າຫລາຍດ້ານຄື: ປັດຈຸບັນ, ທົ່ວປະເທດມີດ່ານພາສີສາກົນ 24 ແຫ່ງ ແລະ ຜ່ານການຈັດຕັ້ງປະຕິບັດການຈັດເກັບລາຍຮັບໄດ້ແລ້ວ 4.300 ກວ່າຕື້ກີບເທົ່າກັບ 65% ຂອງແຜນການປີ 6.650 ຕື້ກວ່າກີບ, ໃນນີ້ລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟກວມເອົາ 30%, ພາຫະນະປະມານ 20% ຂອງລາຍຮັບທັງໝົດ ແລະ ເພື່ອສູ້ຊົນໃຫ້ສາມາດປະຕິບັດຕົວເລກລາຍຮັບທີ່ສະພາແຫ່ງຊາດກໍຄືລັດຖະບານໄດ້ຮັບຮອງນັ້ນ, ຂະແໜງພາສີພວກເຮົາຈະສຸມໃສ່ຜັນຂະຫຍາຍນິຕິກໍາກ່ຽວຂ້ອງຕ່າງໆໃຫ້ມີປະສິດທິຜົນ, ໂດຍສະເພາະເພີ່ມທະວີຄວາມເອົາໃຈໃສ່ມາດຕະການກວດກາສີນຄ້ານໍາເຂົ້າ-ສົ່ງອອກໃຫ້ເຂັ້ມງວດ ແລະ ສອດຄ່ອງຕາມລະບຽບກົດໝາຍ, ເອົາໃຈໃສ່ສະກັດກັ້ນສະພາບການລັກລອບໜີພາສີໃຫ້ໝົດໄປ ເພື່ອແນໃສ່ສ້າງຄວາມສະດວກ, ວ່ອງໄວ ແລະ ມີຄວາມໂປ່ງໄສ, ພ້ອມທັງເຮັດໃຫ້ການຄຸ້ມຄອງລາຍຮັບແຫ່ງຊາດລວມສູນ.

ທ່ານຮອງຫົວໜ້າພາສີດ່ານສາກົນຂົວມິດຕະພາບ 1 ສຸດໃຈ ອິນທະວົງ ໃຫ້ຮູ້ວ່າ: ສໍາລັບໜ່ວຍງານພາສີດ່ານສາກົນແຫ່ງນີ້, ກະຊວງການເງິນໄດ້ວາງຕົວເລກລາຍຮັບໃນສົກປີນີ້ຈໍານວນ 1.200 ກວ່າຕື້ກີບ ແລະ ມາຮອດປັດຈຸບັນສາມາດປະຕິບັດໄດ້ແລ້ວ 745 ຕື້ກີບ, ໃນນີ້ລາຍຮັບຈາກນໍ້າມັນເຊື້ອໄຟກວມ 94%, ຄ່າທໍານຽມ 4%, ຄ່າປັບໃໝ ແລະ ອື່ນໆ 2%. ສ່ວນການເກັບອາກອນມູນຄ່າເພີ່ມ 10% ຈາກເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ (Smart VAT) ທີ່ເລີ່ມປະຕິບັດມາແຕ່ຕົ້ນປີ ແລະ ມາຮອດປັດຈຸບັນໄດ້ແລ້ວ 500 ກວ່າລ້ານກີບ ແລະ ເຖິງວ່າເປັນຕົວເລກທີ່ຍັງບໍ່ສູງແຕ່ກໍເປັນພື້ນຖານແຫລ່ງລາຍຮັບໃໝ່ທີ່ຊ່ວຍໃຫ້ລັດເຮົາມີລາຍຮັບເຂົ້າງົບປະມານເພີ່ມຂຶ້ນ.

 

 

- 5 - ປີນີ້ຂະແໜງພາສີເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 65%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!