ຄວັນຫລົງໃນງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍຄົນຢູ່ໃນນະຄອນຫລວງວຽງຈັນ ແລະ ເຂດແຂວງຕ່າງໆ ອາດຍັງມຶນເມົາກັບບັນຍາກາດຂອງວັນບຸນດັ່ງກ່າວ ໂດຍສະເພາະແມ່ນການຮ່ວມຕັກບາດຖວາຍສັງຄະທານ, ຟັງເທດສະໜາ. ພິເສດແມ່ນຄືນມື້ຂຶ້ນ 15 ຄໍ່າເດືອນ 11 ລາວ ເຊິ່ງແມ່ນມື້ອອກພັນສາຈະມີພິທີວຽນທຽນຢູ່ຕາມວັດວາອາຮາມຕ່າງໆ. ພ້ອມນັ້ນ ກໍຈະມີໄຫລເຮືອໄຟ, ລອຍກະທົງຂອງມວນຊົນຢູ່ຕາມສາຍນ້ຳຕ່າງໆ ເພື່ອເປັນການພາວະນາອະທິຖານໃຫ້ສິ່ງບໍ່ດີບໍ່ງາມຕ່າງໆໃຫ້ໄຫລໄປກັບນ້ຳກັບໄຟ ແລະ ຂໍໄດ້ມາແຕ່ຄວາມສຸກກາຍສະບາຍໃຈ, ມີຜົນສຳເລັດໃນໜ້າທີ່ການງານ ແລະ ມີໂຊກລາບຕະຫລອດໄປ ແລະ ມື້ຕໍ່ມາ ສຳລັບຢູ່ນະຄອນຫລວງວຽງຈັນແມ່ນມື້ຈັດງານແຂ່ງຂັນຊ່ວງເຮືອປະເພນີຕາມຮີດຕາມຄອງ ພາຍຫລັງບຸນອອກພັນສາປະວໍລະນານັ້ນກໍໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ເຊິ່ງເຮືອແຕ່ລະລຳຕ່າງຝ່າຍຕ່າງກໍສຸມທຸກຄວາມສາມາດ ເພື່ອຍາດເອົາໄຊຊະນະມາສູ່ລູກເຮືອ ແລະ ສີພາຍຂອງຕົນ, ໃນທີ່ສຸດກໍແມ່ນສີພາຍນ້ອຍອິດທິລິດສາມາດຍາດໄດ້ຂັນຊະນະເລີດໄປຄອງໄດ້ຢ່າງສົມກຽດ ເຮັດໃຫ້ງານບຸນດັ່ງກ່າວໄດ້ມາເຊິ່ງຄວາມເບີກບານມ່ວນຊື່ນ ແລະ ຟົດຟື້ນເປັນຢ່າງດີ, ສາມາດສ້າງຄວາມສົນໃຈ ແລະ ດຶງດູດໃຈຂອງແຂກບ້ານແຂກເມືອງຜູ້ມາທ່ຽວລາວ ແລະ ອາດເປັນທ່າແຮງໜຶ່ງກະຕຸກຊຸກຍູ້ໃຫ້ປີທ່ອງທ່ຽວລາວ 2018 ປະສົບຜົນສຳເລັດ.
ແຕ່ໃນຂະນະດຽວກັນ ກໍສັງເກດເຫັນວ່າໃນງານບຸນດັ່ງກ່າວຍັງໜັກໄປເລື່ອງກິນເຫລົ້າເມົາເບຍ, ບໍ່ວ່າຢູ່ຫ້າງຮ້ານໃດ, ສຳນັກງານອົງການໃດ ຜູ້ຢູ່ແຄມທ່າວັດຈັນກໍມີການກິນການດື່ມ ເບິ່ງແລ້ວຂ້ອນຂ້າງຟຸມເຟືອຍ ເມື່ອມາປຽບທຽບໃສ່ນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຂອງທ່ານນາຍົກລັດຖະມົນຕີວາງອອກ ແລະ ກໍເປັນຕົ້ນເຫດຫລັກທີ່ພາໃຫ້ເກີດອຸປະຕິເຫດບົນທ້ອງຖະໜົນ. ໃນຂະນະທີ່ເຈົ້າໜ້າທີ່ຈະລາຈອນກໍມີຄວາມເຂັ້ມງວດ ເພື່ອສະກັດກັ້ນສິ່ງຫຍໍ້ທໍ້ດັ່ງກ່າວ ແຕ່ກໍຍັງເຮັດໄດ້ໜ້ອຍ, ຜູ້ດື່ມສິ່ງມືນເມົາແລ້ວຂັບຂີ່ລົດກໍຍັງມີໃຫ້ເຫັນຢ່າງແຜ່ຫລາຍ. ສິ່ງນີ້ຂະແໜງການກ່ຽວຂ້ອງເຮົາຄວນເພີ່ມທະວີຄວາມເຂັ້ມງວດຕື່ມອີກ ເພື່ອສະກັດກັນການເກີດອຸປະຕິເຫດໃນຕົວເມືອງຫລວງໃຫ້ຫລຸດໜ້ອຍຖອຍລົງ.