ທ້າຍປີນີ້ ຄາດວ່າມີນັກທ່ອງທ່ຽວເຂົ້າທ່ຽວແຂວງໄຊຍະບູລີເພີ່ມຂຶ້ນ

ຫົວໜ້າຂະແໜງທ່ອງທ່ຽວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ອີກ 3 ເດືອນທ້າຍປີ 2017 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວ ຢູ່ແຂວງໄຊຍະບູລີຢ່າງໜ້ອຍ 36.400 ກວ່າຄົນ, ຜ່ານ ດ່ານສາກົນພູດູ່ ເມືອງປາກລາຍ, ດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແລະ ດ່ານສາກົນນໍ້າເງິນ ເມືອງເງິນ. ສ່ວນຫລາຍຈະແມ່ນນັກທ່ອງທ່ຽວມາຈາກປະເທດໄທ ເພື່ອຜ່ານເຂົ້າສູ່ແຂວງຫລວງພະບາງ ເມືອງມໍລະດົກໂລກ, ຊຶ່ງຈະສ້າງລາຍຮັບໃຫ້ແຂວງໄຊຍະບູລີ ປະມານ 2 ລ້ານກວ່າໂດລາສະຫະລັດ.
ຜ່ານມາຂະແໜງທ່ອງທ່ຽວໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມການພັດທະນາແຂວງໄຊຍະບູລີ ໃຫ້ກາຍເປັນສະຖານທີ່ບໍລິການທາງຜ່ານ ແລະ ການທ່ອງທ່ຽວຄົບວົງຈອນ ເພື່ອດຶງດູດນັກທ່ອງທ່ຽວທີ່ຈະຜ່ານໄປແຂວງຕ່າງໆໃນເຂດພາກເໜືອຂອງລາວ, ໂດຍສະເພາະແຂວງ ຫລວງພະບາງເມືອງມໍລະດົກໂລກ ພ້ອມທັງສົ່ງເສີມການທ່ອງທ່ຽວຍ່າງປ່າ, ຂີ່ຊ້າງ, ຂີ່ເຮືອລ່ອງນໍ້າຮຸ່ງເບິ່ງນໍ້າຕົກຕາດ, ເຂື່ອນໄຟຟ້າ ແລະ ຊົມຖໍ້າທຳມະຊາດຕ່າງໆ ແລະ ງານບຸນເທດສະການປະເພນີທີ່ເປັນເອກະລັກຂອງທ້ອງຖິ່ນເຊັ່ນ: ງານມະຫາກຳບຸນຊ້າງ, ບຸນຊ່ວງເຮືອປະຈຳປີ ໃຫ້ກາຍເປັນບຸນລະດັບຊາດ.
ໃນ 9 ເດືອນຜ່ານມາ ມີນັກທ່ອງທ່ຽວເຂົ້າມາ ແລະ ຜ່ານແຂວງໄຊຍະບູລີ ທັງໝົດ 82.975 ຄົນ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ 4,6 ລ້ານກວ່າໂດລາສະຫະລັດ. ສ່ວນຫລາຍນັກທ່ອງທ່ຽວເຂົ້າມາທາງດ່ານສາກົນ.
+ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ
ຫົວໜ້າຂະແໜງທ່ອງທ່ຽວ ໃຫ້ຮູ້ອີກວ່າ: ປັດຈຸບັນ ທົ່ວແຂວງໄຊຍະບູລີ ມີແຫລ່ງທ່ອງທ່ຽວທັງໝົດ 47 ແຫ່ງ, ໃນນັ້ນ ເປັນແຫລ່ງທ່ອງທ່ຽວທຳມະຊາດ 29 ແຫ່ງ, ວັດທະນະທຳ 12 ແຫ່ງ ແລະ ແຫລ່ງທ່ອງທ່ຽວປະຫວັດສາດ 6 ແຫ່ງ, ມີໂຮງແຮມ 7 ແຫ່ງ, ເຮືອນພັກ 167 ແຫ່ງ ແລະ ລີສອດ 7 ແຫ່ງ, ຊຶ່ງມີຄວາມອາດສາມາດຮອງຮັບການພັກແຮມຂອງຜູ້ມາທ່ຽວໄດ້ເປັນຢ່າງດີ.
ໃນປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງນີ້ ແຂວງໄຊຍະບູລີ ຈະຖືເອົາງານມະຫາກຳບຸນຊ້າງ ຕິດພັນກັບກິດຈະກຳຂອງຊ້າງ, ທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ສົມກັບຄຳຂວັນທີ່ວ່າ “ໄຊຍະບູລີ ດິນແດນຊ້າງປະຕູສູ່ເມືອງມໍລະດົກໂລກ”.