4 ເຄັດລັບຊ່ວຍໃຫ້ການເຊົາດື່ມກາເຟໄດ້ຜົນຍິ່ງຂຶ້ນ
October 11, 2017 - 11:00 AM

- ກິນເຂົ້າເຊົ້າໃຫ້ອີ່ມ : ການດື່ມກາເຟໃນຍາມເຊົ້າເປັນທີ່ນິຍົມຂອງໃຜຫລາຍຄົນ ເພາະວ່າບາງຄົນກິນພຽງແຕ່ກາເຟຈອກ ດຽວກໍອອກຈາກເຮືອນໂດຍບໍ່ຕ້ອງກິນເຂົ້າເຊົ້າໄດ້ແລ້ວ, ແຕ່ຈາກນີ້ຫາກທ່ານຕ້ອງການເຊົາຂາດຈາກກາເຟຢ່າງໄດ້ຜົນ ໃນເຂົ້າເຊົ້າຄວນຫັນມາເອົາໃຈໃສ່ກິນອາຫານໃຫ້ອີ່ມເຕັມທີ່ຈະດີກ່ວາ ເພື່ອຈະຊ່ວຍຫລຸດຄວາມຢາກກາເຟລົງ ສິ່ງສຳຄັນການທີ່ຮ່າງກາຍໄດ້ຮັບອາຫານຢ່າງພຽງພໍ ສະໝອງຂອງເຮົາກໍຈະໄດ້ຮັບນຳ້ຕານຢ່າງພຽງພໍນຳ ເຮັດໃຫ້ສະໝອງສາມາດເຮັດວຽກໄດ້ຢ່າງເຕັມປະສິດທິພາບ ໂດຍທີ່ບໍ່ຕ້ອງງໍ້ກາເຟເລີຍ.
- ນອນພັກຜ່ອນໃຫ້ພຽງພໍ : ຄົນສ່ວນຫລາຍທີ່ຕິດການດື່ມກາເຟໃນຕອນເຊົ້າກໍເພື່ອຕ້ອງການປຸກສະໝອງໃຫ້ຕື່ນໂຕສົດຊື່ນ ຖ້າມີບັນຫາອ່ອນເພຍ ແລະ ເຫງົານອນຈາກການນອນພັກຜ່ອນບໍ່ພຽງພໍໍເລື້ອຍໆ ຈົນຕ້ອງແກ້ອາການນີ້ໂດຍການດື່ມກາເຟ ຖ້າ ເປັນແນວນັ້ນ ຕໍ່ຈາກນີ້ໃຫ້ປັບປ່ຽນພຶດຕິກຳການນອນໃໝ່ ໂດຍຄວນເຂົ້ານອນແຕ່ຫົວຄໍ່າ ແລະ ພັກຜ່ອນໃຫ້ເຕັມທີ່ພຽງພໍຈະດີທີ່ສຸດ ເພື່ອປ້ອງກັນບໍ່ໃຫ້ສະໝອງຮູ້ສຶກອ່ອນເພຍ ຫລື ມີອາການເຫງົານອນງ່າຍນັ້ນເອງ ພຽງເທົ່ານີ້ກໍຈະຊ່ວຍໃຫ້ເຮົາງໍ້ການດື່ມກາເຟໜ້ອຍລົງໄດ້ແລ້ວ.
- ເຮັດກິດຈະກຳທີ່ຊ່ວຍຜ່ອນຄາຍສະໝອງ : ຫລາຍຄົນທີ່ຢູ່ໃນໄລຍະເລີກດື່ມກາເຟ ແນ່ນອນວ່າຈະຕ້ອງມີອາການສະໝອງອຶງໆ ບໍ່ມີສະມາທິຢູ່ຕະຫລອດ ຈົນສົ່ງຜົນເຮັດໃຫ້ເກີດຄວາມເຄັ່ງຄຽດຍິ່ງຂຶ້ນ ແນະນຳໃຫ້ຫາກິດຈະກຳທີ່ເຮັດແລ້ວສ້າງຄວາມຜ່ອນຄາຍໃຫ້ສະໝອງຈະດີກ່ວາ ເຊັ່ນ : ການນວດ, ຫລິ້ນໂຢຄະ, ນັ່ງສະມາທິ, ເລາະຫ້າງ ຫລື ໄປອອກກຳລັງກາຍ ເພາະກິດຈະກຳເຫລົ່ານີ້ຈະຊ່ວຍສ້າງຄວາມຜ່ອນຄາຍໃຫ້ແກ່ຮ່າງກາຍໄດ້ຫລາຍຍິ່ງຂຶ້ນ ເຮັດໃຫ້ເກີດສະມາທິໄດ້ງ່າຍ ໃນທີ່ສຸດກໍຈະເຮັດໃຫ້ທ່ານສາມາດກັບມາຈົດຈໍ່ຢູ່ກັບວຽກທີ່ຢູ່ຕໍ່ໜ້າໄດ້ໂດຍທີ່ບໍ່ຕ້ອງດື່ມກາເຟອີກເລີຍ.
- ຫລີກເວັ້ນດື່ມອານກໍຮໍ ແລະ ສູບຢາ : ເພາະເຄື່ອງດື່ມອານກໍຮໍຈະຍິ່ງເຮັດໃຫ້ເກີດອາການບໍ່ດີໜັກຂຶ້ນ ເພາະທຸກເທື່ອທີ່ດື່ມອານກໍຮໍມື້ຕໍ່ມາຈະເຮັດໃຫ້ຮູ້ສຶກຢາກດື່ມກາເຟໜັກຫລາຍຂຶ້ນນັ້ນເອງ ສະນັ້ນ ຫາກຕ້ອງການຢຸດເຊົາຈາກກາເຟໂດຍຖາວອນກໍຄວນຫລີກເວັ້ນການດື່ມເຄື່ອງດື່ມທີ່ມີອານກໍຮໍ ແລະ ຫລຸດພຶດຕິກຳການສູບຢາໄປກ່ອນ ຮັບຮອງຈະຊ່ວຍໃຫ້ການເຊົາຕິດກາເຟໄດ້ຜົນດີຍິ່ງຂຶ້ນ.
ນອກຈາກນີ້ແລ້ວ ຄວນໝັ່ນດື່ມນຳ້ໃຫ້ຫລາຍຂຶ້ນ ຫລື ອາດຈະດື່ມໂກ້ໂກ້ຮ້ອນແທນກໍໄດ້, ກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍຢູ່ສະເໝີກໍຈະຊ່ວຍໃຫ້ສຸຂະພາບຈິດແຈ່ມໃສ ແລະ ຊ່ວຍຫລຸດອາການເຄັ່ງຄຽດຈາກການເຊົາດື່ມກາເຟລົງໄດ້ແລ້ວ.