IMF ປັບເພີ່ມການຄາດໝາຍ ການຂະຫຍາຍຕົວທາງເສດຖະກິດຂອງໂລກ

ກອງທຶນການເງິນສາກົນ ຫລື IMF ປັບເພີ່ມການຄາດໝາຍການຂະຫຍາຍຕົວທາງເສດຖະກິດໂລກ ໂດຍລະບຸວ່າ: ມີທ່າອ່ຽງວ່າເສດຖະກິດໂລກຈະຟື້ນຕົວ ແລະ ຍັງສົດໃສໃນປີໜ້າ.
IMF ກ່າວໃນລາຍງານວ່າດ້ວຍສະພາບເສດຖະກິດໂລກວ່າ: ເສດຖະກິດໂລກຈະຂະຫຍາຍຕົວ 3,6% ໃນປີນີ້ ແລະ 3,7% ໃນປີໜ້າ ເຊິ່ງເພີ່ມຂຶ້ນເລັກໜ້ອຍຈາກທີ່ເຄີຍຄາດໝາຍເອົາໄວ້ເມື່ອ 3 ເດືອນກ່ອນ, ແຕ່ຕົວເລກຈະຫລາຍກວ່າ ການຂະຫຍາຍຕົວທາງເສດຖະກິດຂອງໂລກໃນປີຜ່ານມາ. ທ່ານ ມໍຣິ ອອບເຟລ ຜູ້ອຳນວຍການດ້ານການວິໄຈຂອງ IMF ກ່າວວ່າ: ພາບລວມທາງເສດຖະກິດຂອງປີນີ້ຈະແຕກຕ່າງຈາກປີຜ່ານມາ ທີ່ເສດຖະກິດໂລກຂະຫຍາຍຕົວແບບບໍ່ໝັ້ນຄົງ ແລະ ຕະຫລາດການເງິນກໍປັ່ນປ່ວນ. ເຖິງຢ່າງໃດກໍຕາມ, IMF ຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆໃຫ້ເດີນໜ້າປະຕິຮູບຕໍ່ໄປ ເພື່ອໃຫ້ການຫລຸດຄວາມທຸກຍາກດຳເນີນໄປຢ່າງຕໍ່ເນື່ອງ. ທ່ານ ອອບເຟລ ກ່າວວ່າ: ລາຄານ້ຳມັນທີ່ອ່ອນຕົວລົງ ບວກກັບເຫດຮຸນແຮງ ແລະ ຄວາມຂັດແຍ່ງຢູ່ຕາເວັນອອກກາງ ແລະ ອາເມລິກາລາຕິນ ອາດຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວທາງເສດຖະກິດໂລກໄດ້.