ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ

ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ - 434657472 737861845187285 8740914236518241832 n - ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ
ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ - kitchen vibe - ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ

ວັນທີ 5 ເມສາ 2024 ຜ່ານມາ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສະບັບເດືອນ ກຸມພາ 2024 ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຫາຍາກຢູ່ເຂດບ້ານເໜືອດ ແລະ ບ້ານລຸນ ເມືອງວຽງໄຊ ໃນເນື້ອທີ່ 5 ກິໂລຕາແມັດ ຂອງບໍລິສັດ ບໍລິສັດ ຈີເອັມເອັມ ດີວີລົບເມັ້ນ ຈໍາກັດຜູ້ດຽວ ແລະ ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຫາຍາກຢູ່ບ້ານຖໍ້າລາ ແລະ ບ້ານນາກູດ ເມືອງຮ້ຽມ ໃນເນື້ອທີ່ 5 ກິໂລຕາແມັດ ຂອງ ບໍລິສັດ ລາວເຮັດພີ 2 ມາຍນິ້ງ ຈໍາກັດ, ໂດຍການເປັນປະ ທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ.

ທັງສອງໂຄງການດັ່ງກ່າວນີ້ ມີກໍານົດເວລາຂູດຄົ້ນພາຍໃນ 3 ປີ ເຊິ່ງຜູ້ຕາງໜ້າທັງສອງໂຄງການໄດ້ລາຍງານສະພາບລວມ, ປະຫວັດຄວາມເປັນມາຂອງໂຄງການໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ, ເຕັກນິກ-ວິທີການຂຸດຄົ້ນແຮ່, ເຕັກໂນໂລຊີ-ວິທີການປຸງແຕ່ງແຮ່ ລວມທັງມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ເຊິ່ງຜູ້ເຂົ້າຮ່ວມໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາໃຫ້ໂຄງການດໍາເນີນການປັບປຸງເອກະ ສານດັ່ງກ່າວເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ- ສັງຄົມ ໄປຄຽງຄຸ່ກັບການປົກປັກຮັກສາສິ່ງແວດລ້ອມໄປຕາມທິດສີຂຽວ ແລະ ຍືນຍົງ ຕາມທີ່ລັດຖະບານລາວໄດ້ກໍານົດໄວ້.

ທີ່ມາ:​ ຂ່າວກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ

ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ - 3 - ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!