ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອໂຄງການບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ຢູ່ສອງແຂວງຂອງລາວ

- Laos Jpan - ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອໂຄງການບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ຢູ່ສອງແຂວງຂອງລາວ
- kitchen vibe - ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອໂຄງການບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ຢູ່ສອງແຂວງຂອງລາວ

ໃນວັນທີ 18 ຕຸລາ ນີ້, ຢູ່ສະຖານທູດຍີ່ປຸ່ນ ປະຈຳລາວ, ໄດ້ຈັດພິທີລົງນາມການຊ່ວຍເຫຼືອລ້າ ໃນໂຄງການ ບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ທີ່ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ລວມມູນຄ່າ 273,530 ໂດລາສະຫະລັດ. ລະຫວ່າງທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ໂຕະຊິມິຊຶ ໂມະຈິດະ ຫົວໜ້າອົງການຊ່ວຍເຫຼືອສາກົນ ທາງດ້ານການສຶກສາທັນຕະກໍາ ແຫ່ງປະເທດຍີ່ປຸ່ນ (OISDE) ຊຶ່ງເປັນອົງການທີ່ບໍ່ຫວັງຜົນກໍາໄລຈາກປະເທດຍີ່ປຸ່ນ, ມີຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ປະທານສະມາຄົມທັນຕະກໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ແມ່ນການຝຶກອົບຮົມໃຫ້ພະຍາບານ, ນັກສຶກສາໂຮງຮຽນວິຊາຊີບພະຍາບານ ແລະ ພະນັກງານຈາກພະແນກສາທາສະນະສຸກ ທີ່ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ແລະ ເປັນປີທີສາມ ຂອງໂຄງການໄລຍະ 3 ປີ ເພື່ອໃຫ້ການຊ່ວຍເຫຼືອຕ່າງໆ ທີ່ຈໍາເປັນໃຫ້ພະຍາບານ ຢູ່ທ້ອງຖິ່ນ ແລະ ນັກຮຽນ ຂອງໂຄງການວິຊາຊີບພະຍາບານ, ນອກນີ້ ຍັງມີບໍລິການກວດສຸຂະພາບແຂ້ວ ແລະ ໃຫ້ຄໍາປຶກສາສໍາລັບປະຊາຊົນໃນທ້ອງຖິ່ນ, ເພື່ອສ້າງຄວາມເຂັ້ມແຂງຂອງການບໍລິການສຸຂະພາບຜົ້ງປາກ ແລະ ແຂ້ວ ແລະ ຊ່ວຍຫຼຸດຈໍານວນຜູ້ເປັນພະຍາດຊຶມເຊື້ອ ກໍຄືພະຍາດທາງຜົ້ງປາກ ແລະ ແຂ້ວໃນທ້ອງຖິ່ນ. ໂຄງການດັ່ງກ່າວຄາດວ່າຈະ ໄດ້ຮັບການຂະຫຍາຍໄປທົ່ວປະເທດລາວໃນຕໍ່ໜ້າ ຊຶ່ງຈະຊ່ວຍຍົກລະດັບວຽກງານບໍລິການຜົ້ງປາກ ແລະ ແຂ້ວຢູ່ລາວມີປະສິດທິຜົນ. ແລະ ອົງການ (OISDE) ໄດ້ປະຕິບັດໂຄງການດັ່ງກ່າວ ຢູ່ລາວ ນັບແຕ່ປີ 2002.

- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອໂຄງການບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ຢູ່ສອງແຂວງຂອງລາວ
- 4 - ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອໂຄງການບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ຢູ່ສອງແຂວງຂອງລາວ
- 5 - ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອໂຄງການບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ຢູ່ສອງແຂວງຂອງລາວ
- 3 - ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອໂຄງການບໍລິການດ້ານສຸຂະພາບຜົ້ງປາກ ແລະ ແຂ້ວ ຢູ່ສອງແຂວງຂອງລາວ