ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ

ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - 445197566 898844775603163 5451178940767188992 n - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ
ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - kitchen vibe - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ

ວັນທີ 23 ພຶດສະພາ 2024 ສະຖາບັນການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະ ຈຳ ສປປ ລາວ ໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້ “ເພີ່ມທະວີການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ຄູ່ຮ່ວມຊະຕາກຳຂອງມວນມະນຸດ ເພື່ອເສີມຂະຫຍາຍ 5 ຫລັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ” ເພື່ອເປັນການລະນຶກເຖິງ ແລະ ສະເຫລີມສະຫລອງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດ 5 ຫລັກ ການດັ່ງກ່າວ ຄົບຮອບ 70 ປີ ໂດຍສະເພາະ ໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແລະ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເປັນປະທານກິດຕິມະສັກ ແລະ ກ່າວເປີດກອງປະຊຸມ, ມີທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຄະນະນຳກະຊວງ, ທູດອາວຸໂສບຳນານ, ບັນດາຄະນະກົມ, ຄະນະພະແນກ, ພະນັກງານຈາກກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດ ສປ ຈີນ ເຂົ້າຮ່ວມ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນ ໂດຍໄດ້ເນັ້ນໃສ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ 5 ຫລັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ທີ່ຖືກໝູນໃຊ້ຢ່າງກວ້າງຂວາງ ແລະ ຍຶດໝັ້ນເປັນຫລັກການພື້ນຖານ ໃນການຮ່າງກົດໝາຍລະຫວ່າງປະເທດ ແລະ ກຳນົດທິດທາງການພົວພັນລະຫວ່າງລັດຖະບານຕໍ່ລັດຖະບານ ເຊິ່ງ ສປປ ລາວ ກໍໄດ້ນຳໃຊ້ຫລັກການດັ່ງກ່າວ ເປັນບ່ອນອີງອັນແໜ້ນແກ່ນໃນການເປີດກວ້າງການຮ່ວມມືສາກົນ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປົກປ້ອງສິດ ແລະ ເອກະລາດຂອງລາວໃນເວທີສາກົນ ຕະຫລອດໄລຍະຕໍ່ສູ້ກູ້ຊາດຈົນກ້າວໄປສູ່ການສະຖາປະນາ ສປປ ລາວ ໃນປີ 1975 ແລະ ຍັງເປັນແນວທາງພື້ນຖານໃຫ້ແກ່ຂະບວນວິວັດຂອງການພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ຈີນ ໃນອະດີດຜ່ານມາ, ພ້ອມທັງ ເປັນເຂັມທິດເຍືອງທາງໃຫ້ແກ່ການສ້າງແຜນແມ່ບົດວ່າດ້ວຍ “ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ” ເຊິ່ງແມ່ນເອກະສານການ ເມືອງທີ່ມີຄວາມໝາຍຄວາມສໍາຄັນທາງດ້ານຍຸດທະສາດ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃນປັດຈຸບັນ ແລະ ອະນາຄົດ ໃຫ້ມີການຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ນັບມື້ໄດ້ຮັບໝາກຜົນເປັນຮູບປະທຳ.

ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - Visit Laos Visit SALANA BOUTIQUE HOTEL - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ
ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - Visit Laos Visit SALANA BOUTIQUE HOTEL - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ

ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກ ທ່ານ ຫວາງ ຊາງ ອຸປະທູດຊົ່ວຄາວ, ສະຖານເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ແລະ ທ່ານ ນາງ ວິທະຍາ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ທີ່ໄດ້ສະເໜີຈຸດກຳເນີດຂອງ 5 ຫລັກການດັ່ງກ່າວ ທີ່ຖືກສະ ເໜີຂຶ້ນໃນປີ 1954 ເພື່ອນຳໃຊ້ເປັນຫລັກການພື້ນຖານ ໃນການພົວພັນລະຫວ່າງສາມຊາດ ກໍຄື ຈີນ, ອິນເດຍ ແລະ ມຽນມາ. ຫລັງຈາກນັ້ນ, 5 ຫລັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ໄດ້ກາຍເປັນຫລັກການພື້ນຖານສໍາຄັນ ທີ່ຖືກນໍາໃຊ້ຢ່າງກວ້າງຂວາງ ໃນການພົວພັນລະຫວ່າງບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

ຕະຫລອດໄລຍະ 70 ປີ ຜ່ານມາ, 5 ຫລັກການດັ່ງກ່າວ ໄດ້ສືບຕໍ່ສ້າງຜົນປະໂຫຍດອັນມະຫາ ສານໃຫ້ແກ່ປະຊາຄົມໂລກ, ເປັນບ່ອນອີງສໍາຄັນຂອງການພົວພັນສາກົນ ແລະ ກົດໝາຍສາກົນ ທີ່ແທດ ເໝາະກັບສັງຄົມທຸກລະບອບ, ການພັດທະນາທຸກຮູບແບບ, ຮັກສາໄດ້ສິດຜົນປະໂຫຍດຂອງບັນດາປະ ເທດຕ່າງໆ ແລະ ລະດັບຂອງການພັດທະນາ ນໍາເອົາສິດສະເໜີພາບອັນແທ້ຈິງມາສູ່ປະຊາຊົນ ແລະ ຕ້ານກັບການຜູກຂາດຕໍ່ກິດຈະການສາກົນ ຫລື ການເປັນເຈົ້າໂລກພຽງຜູ້ດຽວ, ເປັນເຄື່ອງມືອັນສັກສິດໃນການຮັກສາສິດອະທິປະໄຕ ແລະ ເອກະລາດຂອງປະເທດກໍາລັງພັດທະນາ, ເປັນຄັນທຸງແຫ່ງການຮ່ວມມືກັນ, ເສີມຂະຫຍາຍຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອນຳໄປສູ່ການຮ່ວມມືຮອບດ້ານ, ພ້ອມທັງປະກອບສ່ວນຊຸກຍູ້ກໍ່ສ້າງ ລະບຽບຂັ້ນຕອນຂອງການເມືອງ-ເສດຖະ ກິດສາກົນ ໃຫ້ມີຄວາມສະເໝີພາບ ແລະ ເປັນເຄື່ອງມືໃນການແກ້ໄຂບັນຫາຂໍ້ຂັດແຍ່ງທາງປະຫວັດ ສາດລະຫວ່າງປະເທດ.

ສຳລັບ ສປປ ລາວ, ຕະຫລອດຫລາຍສິບປີຜ່ານມາ ຍາມໃດກໍໄດ້ຍຶດໝັ້ນການເປີດກວ້າງການຮ່ວມມືສາກົນ ຕາມທິດ “ເພີ່ມມິດ-ຫລຸດຜ່ອນສັດຕູ” ແລະ ໄດ້ຂະຫຍາຍສາຍພົວພັນຮ່ວມມື ທັງພາກລັດ, ສາຍພັກ ແລະ ຜ່ານອົງການຈັດຕັ້ງມະຫາຊົນ ກໍຄື ກັບການອົງຈັດຕັ້ງສາກົນຢ່າງກວ້າງຂວາງ, ສ້າງ ສາຍພົວພັນມິດຕະພາບຮ່ວມມືອັນກວ້າງຂວາງກັບນາໆຊາດ ບົນຫລັກການແຫ່ງຄວາມສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ, ບໍ່ແຊກແຊງເຂົ້າໃນກິດຈະການຂອງກັນ ແລະ ກັນ, ບໍ່ຂົ່ມຂູ່ ແລະ ບໍ່ໃຊ້ກຳລັງຮຸນແຮງຕໍ່ກັນ ແລະ ແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດດ້ວຍສັນຕິວິທີ ເຊິ່ງທັງໝົດທີ່ກ່າວມານັ້ນ, ກໍລ້ວນແຕ່ສະແດງເຖິງຫລັກການອັນເປັນພື້ນຖານ ຂອງ 5 ຫລັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ.

ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - 445227856 898844888936485 1495481779980786918 n 1 1024x509 - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ

ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - 5 - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ
ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - 3 - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ
ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ - 4 - ສຳມະນາ ສະຫລອງຜົນສໍາເລັດ ການປະຕິບັດ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ