ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ

- 1508924858381 960x0 - ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ
- kitchen vibe - ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ

​ແຄ​ສ​ເປີ​ສກີ ບໍລິສັດ​ຊອບ​ແວ​ແອນ​ຕີ​ໄວຣັດຂອງຣັດ​ເຊຍ​ ​ເປີດ​ເຜີຍ​ວ່າ: BadRabbit ມັລ​ແວ​ທີ່​ເຈາະ​ລະບົບ​ສະໜາມ​ບິນ​ສາກົນ​ຂອງ​ອູ​​ແກຣນ ​ແລະ ສື່ຣັດ​ເຊຍ​ຫລາຍ​ແຫ່ງ​ໄດ້​ໂຈມ​ຕີ​ເປົ້າໝາຍ​ເກືອບ 200 ​ແຫ່ງ​ໃນ​ສອງ​ປະ​ເທດ​ນີ້ ​ແລະ ຢູ່​ເອີຣົບ.

ມັລ​ແວ​ຮຽກ​ຄ່າ​ໄຖ່​ນີ້​ອາ​ລະວາ​ດ​ໃນ​ວັນ​ທີ 24 ຕຸລາ ຮຸນ​ແຮງ​ທີ່​ສຸດ​ນັບ​ແຕ່​ມັລ​ແວ NotPetny ລະບາດ​ຢູ່​ອູ​ແກຣນ ​ແລະ ຣັດ​ເຊຍ​ກ່ອນ​ລາມ​ໄປ​ທົ່ວ​ໂລກ​ໃນ​ເດືອນ​ກໍລະກົດ. ​ເວັບ​ໄຊ​ທີ່​ຕິດ​ມັລ​ແວ​ຈະ​ປາກົດ​ຂໍ້ຄວາມ​ໃຫ້​ຈ່າຍ​ເງິນ​ຄ່າ​ໄຖ່​ຈຶ່ງ​ຈະ​ກູ້​ຄືນ​ໄຟລ​ໄດ້. ​ແຄ​ສ​​ເປີ​ສກີ ລະບຸ​ວ່າ: ​ເປົ້າໝາຍ​ສ່ວນ​ຫລາຍ​ຢູ່ຣັດ​ເຊຍ ທີ່​ເຫລືອ​ພົບ​ຢູ່​ອູ​ແກຣນ, ຕວກກີ ​ແລະ ​ເຢຍລະ​ມັນ ລວມທັງ​ໝົດ​ເກືອບ 200 ​ແຫ່ງ.

- Visit Laos Visit SALANA BOUTIQUE HOTEL - ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ
- Visit Laos Visit SALANA BOUTIQUE HOTEL - ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ

ຟອນ​ທັນ​ກາ ​ເວັບ​ໄຊ​ຂ່າວ​ອິດສະຫລະ​ຢູ່​ນະຄອນ​ເຊ​ນປີ​ເຕີ​ສ​ເບິ​ກທີ່​ຖືກ​ເຈາະ​ລະບົບ​ເຊື່ອ​ວ່າ: ​ເປັນ​ຍ້ອນ​ການ​ຕິດຕາມ​ລາຍ​ງານ​ຂ່າວ​ສືບສວນ​ເລື່ອງຣັດ​ເຊຍ​ພົວພັນ​ກັບ​ສົງຄາມ​ກາງ​ເມືອງ​ຢູ່​ຊີຣີ, ​ແຕ່​ທາງ​ການຣັດ​ເຊຍ ​ແລະ ອູ​ແກຣນ​ເບິ່ງ​ວ່າ: ​ຜູ້​ເຈາະ​ລະບົບ​ຕ້ອງການ​ຮຽກ​ຄ່າ​ໄຖ່​ຫລາຍ​ກວ່າ​ມີ​ເປົ້າໝາຍອື່ນ, ສ່ວນ​ທີ​ມຄວາມ​ພ້ອມ​ສຸກ​ເສີນ ກະຊວງ​ຄວາມ​ໝັ້ນຄົງ​ມາຕຸ​ພູມ​ຂອງ​ອາ​ເມ​ລິ​ກາ​ເຕືອນ​ຜູ້​ຕົກ​ເປັນ​ເຫຍື່ອ​ມັລ​ແວ BadRabbit ຢ່າ​ຈ່າຍ​ເງິນ​ຄ່າ​ໄຖ່ ​ເພາະ​ບໍ່​ມີ​ຫລັກ​ປະກັນ​ວ່າ​ຈະ​ໄດ້​​ໄຟ​ລຄືນ.

- 5 - ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ
- 4 - ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ
- 3 - ມັລແວໂຕໃໝ່ໂຈມຕີເປົ້າໝາຍ ຢູ່ຣັດເຊຍ ແລະ ເອີຣົບເກືອບ 200 ແຫ່ງ