ປະທານປະເທດ ບຸນຍັງ ວໍລະຈິດເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດບໍຣົມນາດບໍພິດ

- President - ປະທານປະເທດ ບຸນຍັງ ວໍລະຈິດເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດບໍຣົມນາດບໍພິດ
- kitchen vibe - ປະທານປະເທດ ບຸນຍັງ ວໍລະຈິດເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດບໍຣົມນາດບໍພິດ

ວັນທີ 26 ຕຸລານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ, ໄດ້ເດີນທາງເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ຣັດຊະການທີ 9 ແຫ່ງຣາຊະອານາຈັກໄທທີ່ບາງກອກ, ໂດຍມີການເຂົ້າຮ່ວມຂອງກະສັດ ແລະ ການນຳຂັ້ນສູງຈາກບັນດາປະເທດຕ່າງໆໃນໂລກ, ທູຕານຸທູດຕ່າງປະເທດປະຈຳຣາຊະອານາຈັກໄທ ແລະ ອື່ນໆ.

ໃນພິທີຖວາຍພະເພີງຄັ້ງນີ້, ສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກຸນ (ຣັດຊະການທີ 10), ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ໃນຣັດຊະການທີ 9, ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ພະບໍຣົມວົງສານຸວົງທຸກພະອົງ, ເຈົ້າໜ້າທີ່ຂັ້ນສູງ, ທະຫານ,​ ຕໍາຫລວດ ແລະ ປວງຊົນຊາວໄທໄດ້ເຂົ້າຮ່ວມເພື່ອສະແດງຄວາມເຄົາລົບ ແລະ ໄຫ້ວອາໄລ ຕໍ່ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດແຫ່ງຣາຊະອານາຈັກ ໄທ.

- Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ບຸນຍັງ ວໍລະຈິດເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດບໍຣົມນາດບໍພິດ

ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ປະສູດ​ເມື່ອ​ວັນ​ທີ 5 ທັນວາ 1927 ​ເປັນ​ໂອຣົດໃນສົມ​ເດັດ​ພະ​ມະຫິ​ຕະລາ​ທິ​ເບ​ດ ອະດຸນ​ຍະ​ເດັດ​ວິກົມ ພະ​ບໍຣົມຣາຊະນົກ ​ແລະ ສົມ​ເດັດ​ພະ​ສີ​ນະຄະຣິນທະຣາ ບໍຣົມຣາຊະ​ຊົນນະ​ນີ. ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ອະພິ​ເສກ​ສົມຣົດກັບ ສົມເດັດພະນາງ ເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ​ໃນ​ວັນ​ທີ 5 ພຶດສະພາ 1950 ມີຣາຊະບຸ​ດ 4 ພະ​ອົງ ​ໄດ້​ແກ່: ທຸນກະຫມ່ອມຍິງ ອຸບົນຣັດຣາຊະກັນຍາ ສິຣິວັດທະນາພັນນະວະດີ, ສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກຸນ, ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ​ແລະ ສົມ​ເດັດ​ພະເຈົ້າລູກເທີ ເຈົ້າຟ້າ​ຈຸລາ​ພອນວະໄລລັກ ອັກຄະຣາຊະກຸມາຣີ.

ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ຂຶ້ນ​ຄອງຣາດ​ໃນ​ວັນ​ທີ 9 ມິຖຸນາ 1946 ​ແລະ ​ເປັນ​ພະ​ມະຫາ​ກະສັດຣັດຊະ​ການ​ທີ 9 ​ໃນຣາຊະ​ວົງ​ຈັກກຣີ ​ແລະ ຊິ້ນ​ພະ​ຊົນ​ໃນ​ວັນ​ທີ 13 ຕຸລາ 2016. ພະອົງ​ເປັນ​ພະຣາຊາທີ່ມີນໍ້າໃຈເສຍສະຫລະອັນສູງສົ່ງ ແລະ ມີຄຸນງາມຄວາມດີອັນໃຫຍ່ຫລວງໃນການອຸທິດໃຫ້ແກ່ປະເທດຊາດ ແລະ ປວງຊົນຊາວໄທຕະຫລອດ 70 ປີຂອງການຄອງລາດ ອັນໄດ້ເຮັດໃຫ້ພະອົງເປັນທີ່ເຄົາລົບຮັກຂອງປວງຊົນຊາວໄທທຸກຖ້ວນໜ້າ ແລະ ຖືເປັນກະສັດ​ທີ່​ມີ​ອາຍຸ​ຄອງ​ລາດຍາວ​ນານ​ທີ່​ສຸດ​ໃນ​ໂລກ. ພ້ອມນີ້, ພະບາດສົມເດັດ ພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ກໍໄດ້ມີບົດບາດສຳຄັນໃນການປັບປຸງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທຕະຫລອດມາ. ການສະເດັດຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມໃນພິທີເປີດການນຳໃຊ້ຂົວມິດຕະພາບແມ່ນໍ້າຂອງລາວ-ໄທແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍໃນເດືອນເມສາ 1994 ແລະ ໂດຍສະເພາະ ໂຄງການພະຣາຊະດຳຣິຂອງພະອົງຢູ່ ສປປ ລາວ: ໂຄງການພັດທະນາດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ (ຫລັກ 22) ໄດ້ກາຍເປັນສັນຍາລັກແຫ່ງໄມຕີຈິດ, ມິດຕະພາບຖານບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ.

ສຳລັບ ສປປ ລາວ ການຈາກໄປຂອງພະອົງ ເປັນການສູນເສຍເພື່ອນມິດທີ່ມີຄຸນຄວາມດີຢ່າງໃຫຍ່ຫລວງໃນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດລາວ-ໄທ. ການເຂົ້າຮ່ວມໃນພິທີຖວາຍພະເພີງພະບໍຣົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ໃນຄັ້ງນີ້ເປັນການສະແດງຄວາມໄຫວ້ອາໄລຮັກ ພ້ອມທັງເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງທີ່ພະອົງໄດ້ເສຍສະຫລະ ແລະ ອຸທິດຕໍ່ປະເທດຊາດ ແລະ ປວງຊົນຊາວໄທ ກໍຄືການປະກອບເຂົ້າໃນການພັດທະນາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງານລະຫວ່າງລາວ-ໄທທີ່ນັບມື້ນັບໄດ້ຮັບການພັດທະນາຍິ່ງຂຶ້ນ.

ຕິດຕາມທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ ເຂົ້າຮ່ວມໃນພິທີຖວາຍພະເພີງໃນຄັ້ງນີ້ ມີທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ່ຂັ້ນສູງທີ່ກ່ຽວຂ້ອງຂອງລາວຈຳນວນໜຶ່ງ.ຜົນກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017.

 

- 3 - ປະທານປະເທດ ບຸນຍັງ ວໍລະຈິດເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດບໍຣົມນາດບໍພິດ
- 4 - ປະທານປະເທດ ບຸນຍັງ ວໍລະຈິດເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດບໍຣົມນາດບໍພິດ
- 5 - ປະທານປະເທດ ບຸນຍັງ ວໍລະຈິດເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບ ພະບາດສົມເດັດພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດບໍຣົມນາດບໍພິດ