ກູບາປັບນະໂຍບາຍຄົນເຂົ້າເມືອງ ເພື່ອຟື້ນຟູການພົວພັນຊາວກູບາຢູ່ຕ່າງແດນ

ທ່ານ ບຣູໂນ ໂຣດຣິເກ ລັດຖະມົນຕີຕ່າງປະເທດກູບາປະກາດປ່ຽນແປງນະໂຍບາຍຄົນເຂົ້າເມືອງໃໝ່ ໂດຍມີຈຸດປະສົງເພື່ອຮັດແໜ້ນການພົວພັນກັບຊາວກູບາ 800.000 ຄົນທີ່ອາໄສຢູ່ຕ່າງປະເທດ ທ່າມກາງຄວາມເຄັ່ງຕຶງກັບອາເມລິກາທີ່ກ່າວຫາວ່າ: ທູດອາເມລິກາປະຈຳກູບາ ເຊິ່ງບໍ່ສະບາຍຈາກພະຍາດລຶກລັບອາດມາຈາກການໂຈມຕີດ້ວຍອາວຸດຄື້ນສຽງໂຊນິກທີ່ມີຄວາມຖີ່ສູງ.
ລັດຖະມົນຕີຕ່າງປະເທດກູບາຖະແຫລງຕໍ່ກຸ່ມຊາວກູບາທີ່ອາໄສຢູ່ອາເມລິກາວ່າ: ລະບຽບໃໝ່ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ ແລະ ກ່າວໂທດອາເມລິກາທີ່ດຳເນີນການແບບບໍ່ເປັນທຳກັບກອງວີຊາກູບາ ໂດຍການຂັບໄລ່ເຈົ້າໜ້າທີ່ສະຖານທູດກູບາອອກ. ທ່ານ ໂຣດຣິເກ ກ່າວວ່າ: ກະຊວງຕ່າງປະເທດຈະອະນຸຍາດໃຫ້ຊາວກູບາຢູ່ຕ່າງແດນເດີນທາງເຂົ້າ-ອອກໄດ້ຜ່ານທາງຈຸດທ່ອງທ່ຽວ 2 ແຫ່ງ ລວມທັງໃຫ້ຊາວກູບາທີ່ອອກນອກປະເທດໄປແບບຜິດກົດໝາຍກັບເຂົ້າປະເທດໄດ້ ຍົກເວັ້ນເດີນທາງໄປຈາກຖານທັບເຮືອອາເມລິກາຢູ່ອ່າວກວນຕານາໂມ, ສ່ວນເດັກນ້ອຍຊາວກູບາທີ່ຢູ່ຕ່າງປະເທດ ແລະ ເກີດຢູ່ຕ່າງປະເທດ ຈະສາມາດຂໍສັນຊາດກູບາ ແລະ ໄດ້ຮັບເອກະສານຮັບຮອງຢ່າງຖືກຕ້ອງ. ທ່ານ ໂຣດຣິເກ ກ່າວວ່າ: ເຖິງວ່າລັດຖະບານອາເມລິກາຈະປິດກັ້ນ, ແຕ່ທາງກູບາເປີດກວ້າງສະເໝີ.