8 ວິທີລ້ຽງລູກ ຊ່ວຍສ້າງຄວາມໝັ້ນໃຈໃນຕົວເອງໃຫ້ລູກນ້ອຍ

ວິທີສ້າງຄວາມໝັ້ນໃຈໃນຕົວເອງໃຫ້ກັບລູກ ໃຫ້ເຂົາເຕີບໃຫຍ່ເປັນຄົນທີ່ກ້າຫານ, ກ້າເຮັດ, ກ້າຕັດສິນໃຈ ເປັນສິ່ງທີ່ພໍ່ແມ່ສາມາດຊ່ວຍສົ່ງເສີມເຂົາໄດ້ດ້ວຍວິທີງ່າຍໆດັ່ງນີ້:
ຄວາມໝັ້ນໃຈໃນຕົວເອງ ເປັນສິ່ງທີ່ເຮັດໃຫ້ຄົນເຮົາສາມາດໃຊ້ຊີວິດໄດ້ຢ່າງມີຄວາມສຸກ ໂດຍບໍ່ຕ້ອງຮູ້ສຶກກັງວົນ ຫຼື ຢ້ານສິ່ງຕ່າງໆທີ່ເຂົ້າມາ ເຊິ່ງຄວາມໝັ້ນໃຈໃນຕົນເອງຈະສາມາດລວມໄປເຖິງຄວາມພາກພູມໃຈໃນຕົນເອງ ນັ້ນເປັນສິ່ງທີ່ຕ້ອງມີການສະສົມມາຕັ້ງແຕ່ໄວເດັກ ໂດຍເດັກທີ່ມີຄວາມໝັ້ນໃຈໃນຕົວເອງ ຈະສາມາດປັບຕົວເຂົ້າກັບສະຖານະການໃຫມ່ໆໃນສັງຄົມໄດ້, ມີຄວາມອົດທົນຕໍ່ຄວາມກົດດັນ, ຄວາມຄຽດ ແລະ ຄວາມຂັດແຍ່ງໃນຊີວິດໄດ້ດີ ຮູ້ຈັກວິທີແກ້ໄຂບັນຫາ, ເປັນຄົນເບິ່ງໂລກໃນແງ່ດີ ເຊິ່ງຕ່າງຈາກເດັກນ້ອຍທີ່ຂາດຄວາມໝັ້ນໃຈ ມັນເປັນເດັກນ້ອຍທີ່ຂີ້ຢ້ານ, ວິຕົກກັງວົນ ແລະ ເກີດຄວາມຄຽດຕໍ່ບັນຫາຕ່າງໆ ທີ່ເຂົ້າມາໃນຊີວິດໄດ້ງ່າຍ.
ພໍ່ແມ່ຫຼາຍຄົນຈົ່ງພະຍາຍາມທີ່ຈະຝຶກສອນໃຫ້ລູກຂອງຕົນເອງເຕີບໃຫຍ່ເປັນເດັກນ້ອຍທີ່ມີຄວາມໝັ້ນໃຈໃນຕົວເອງ, ເປັນຄົນກ້າຄິດ, ກ້າຕັດສິນໃຈ ແລະ ກ້າຜະເຊີນກັບຄວາມທ້າທາຍ ແລະ ສິ່ງແປກໃຫມ່ທີ່ເກີດຂຶ້ນໃນຊີວິດ ເພື່ອທີ່ເຂົາຈະສາມາດໃຊ້ຊີວິດໃນອະນາຄົດໄດ່ຢ່າງມີຄວາມສຸກ, ສາມາດເພິ່່ງພາຕົນເອງໄດ້ນັ້ນ ເຂົາຕ້ອງຮູ້ສຶກວ່າຕົວເຂົາດີພໍ ແລະ ທີ່ຍອມຮັບຂອງພໍ່ແມ່ ເຂົາຈຶ່ງຮຽນຮູ້ທີ່ຈະຮັບຕົວເອງ. ດັ່ງນັ້ນ ພໍ່ແມ່ຈຶ່ງຄວນສົ່ງເສີມ ແລະ ປູກຝັງລັກສະນະນິໄສ ລວມເຖິງເສີມສ້າງຄວາມໝັ້ນໃຈ ແລະ ຄວາມພາກພູມໃຈໃຫ້ກັບລູກຕັ້ງແຕ່ທຳອິດ ພ້ອມທັງເປັນແບບຢ່າງທີ່ດີ, ສະໜັບສະໜູນພຶດຕິກໍາດ້ານບວກ ແລະ ສະໜັບສະໜູນໃຫ້ລູກເຮັດກິດຈະກໍາຕ່າງໆ ຕາມຄວາມສົນໃຈ ໂດຍມີຜູ້ໃຫຍ່ຄ່ອຍເບິ່ງແຍງ ແລະ ເສີມສ້າງຄວາມໝັ້ນໃຈໃນຕົວເອງໃຫ້ກັບລູກໄດ້ດ້ວຍ 8 ວີທີຕໍ່ໄປນີ້:
- ຍອມຮັບໃນສິ່ງທີ່ລູກເປັນ
- ເຂົ້າໃຈຄວາມຮູ້ສຶກຂອງລູກ
- ສະແດງຄວາມຮັກໃຫ້ລູກເຫັນຢູ່ສະເໝີ
- ສອນລູກໃຫ້ຄິດບວກ
- ໃຫ້ລູກຮຽນເຮັດຫຍັງດ້ວຍຕົວເອງ
- ໃຫ້ລູກຊ່ວຍເຮັດວຽກໃນເຮືອນ (ສິ່ງທີ່ເຂົາສາມາດເຮັດຊ່ວຍໄດ້)
- ໃຫ້ລູກຮຽນຮູ້ຈາກຂໍ້ຜິດພາດຂອງຕົວເອງ
- ເປັນແບບຢ່າງທີ່ດີໃຫ້ກັບລູກ