ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ

- Vietnam Typhoon 2 05112017013015 1000x0 - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ
- kitchen vibe - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ

ຕາມ​ຂ່າວ​ຈາກ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ປ້ອງ​ກັນ​ໄພ​ທຳ​ມະ ຊາດ​ສູນ​ກາງ​ຫວຽດ​ນາມ, ຕອນ​ຂ້ອນ​ແຈ້ງວັນ​ທີ 4 ພະ​ຈິກ​ນີ້, ຈຳ​ນວນ​ຄົນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ລົມ​ພາ​ຍຸດຳ​ເຣທີ່​ຂຶ້ນ​ບົກ​ຢູ່​ພາກ​ກາງ​ຫວຽດ​ນາມ​ນັ້ນໄດ້​ເພີ່ມ​ຂຶ້ນ​ຮອດ 20 ຄົນ. ນອກ​ນັ້ນຍັງ​ມີ​ອີກ 17 ຄົນ​ຫາຍ​ສາບ​ສູນ.

- 2017 11 04T020806Z 700370258 RC1C0E252790 RTRMADP 3 ASIA STORM VIETNAM - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ

- Visit Laos Visit SALANA BOUTIQUE HOTEL - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ

ຕາມ​ຂ່າວ​ແຈ້ງວ່າ: 17 ຄົນ​​ ທີ່ຫາຍ​ສາບ​ສູນ​ດັ່ງ​ກ່າວ​ມາ​ຈາກກຳ​ປັ່ນ​ຂົນ​ສົ່ງ 7 ລໍາ. ກຳ​ປັ່ນ​ເຫຼົ່າ​ນີ້​​ໄດ້​ຫຼົ້ມຈົມ​​ໃນ​ຟ້າ​ຝົນ​ລົມແຮງ​ ແລະ ​ຄື້ນ​ທະ​ເລ​ຮຸນແຮງ​ທີ່​ເກີດ​ຂຶ້ນ​ຍ້ອນ​ລົມ​ພາ​ຍຸ, ຢູ່​ເທິງ​ກຳ​ປັ່ນ​ທັງ​ໝົດ​ມີ 76 ຄົນ. ນອກ​ຈາກ​ຜູ້​ຫາຍ​ສາບ ​ສູນ​ແລ້ວ, ຜູ້​ອື່ນໆ​ຢູ່​ເທິງ​ກຳ​ປັ່ນ​ລ້ວນ​ແຕ່​ໄດ້​ຮັບ​ການກອບ​ກູ້​ແລ້ວ. ​ນັບ​ມາ​ຮອດປັດ​ຈຸ​ບັນ, ຍັ​ງ​ບໍ່​ຮູ້​ກຳ​ປັ່ນ​ປະ​ສົບ​ໄພ​ແມ່ນ​​ຂຶ້ນ​ກັບ​ປະ​ເທດ​ໃດ, ແຕ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ຢືນ​ຢັນ​ແລ້ວ​ວ່າ: ຜູ້​ຫາຍ​ສາບ​ສູນ​ລ້ວນ​ແຕ່​​ເປັນ​ຄົນ​ຫວຽດ​ນາມ.

- 136728238 15097986231101n - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ

​    ມາ​ຮອດປັດ​ຈຸ​ບັນ, ລົມ​ພາ​ຍຸດຳ​ເຣ​ໄດ້​ເຮັດ​ໃຫ້​ເຮືອນ 500 ກວ່າ​ຫຼັງພັງ​ທະ​ລາຍ​, ​ທາງ​ຫຼວງ ​ແລະ​ ທາງ​ລົດ​ໄຟບາງ​ຕອນຂອງ​ແຂວງ​ບິງ​ດິ່ງ ແລະ​ ແຂວງກວາງ​ນ່າມຢູ່​ພາກ​ກາງ​ແລ່ນ​ລົດ​ບໍ່​ໄດ້​ຍ້ອນ​ເກີດດິນ​ພູ​ເຈື່ອນ, ບາງ​ເຂດ​ຂອງແຂວງ ແຂງ​ຮ​ວາ ແລະ ​ແຂວງ​ຟູ​ອ່ຽນຂາດ​ໄຟ​ຟ້າ.

ທ່ານ​ ຫງວຽນ​ຊວນ​ຟຸກ ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ໄດ້​ຮຽກ​ຮ້ອງ​ໃຫ້​ອົງ​ການ​ທີ່​ກ່ຽວ​ຂ້ອງ​ປຸກ​ລະ​ດົມ​ພະ​ນັກ​ງານ​ ແລະ​ ກໍາປັ່ນ​ໄປ​ຊອກ​ກູ້​ຜູ້​ຫາຍ​ສາບ​ສູນ ແລະ​ ໃຊ້​ມາດ​ຕະ​ການ​ເພື່ອ​ຮັບ​ມື​ກັບ​ຜົນ​ຢ້ອນ​ຫຼັງ​ຂອງ​ລົມ​ພາ​ຍຸ.

- 5 - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ
- 4 - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ
- 3 - ລົມພາຍຸດຳເຣເຮັດໃຫ້ 20 ຄົນ ເສຍຊີວິດຢູ່ຫວຽດນາມ