ບໍລິສັດບໍ່ເຕນແດນງາມລົງທຶນ 100 ລ້ານໂດລາສະຫະລັດສ້າງສູນການຄ້າ-ການທ່ອງທ່ຽວຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ

ພິທີວາງສີລາລຶກໂຄງການພັດທະນາສູນການຄ້າ ແລະ ການທ່ອງທ່ຽວ, ຊຶ່ງຕັ້ງຢູ່ໃກ້ບໍລິເວນຂົວມິດຕະພາບລາວ-ໄທແຫ່ງທີ 4 ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ໄດ້ຈັດຂຶ້ນໃນວັນທີ 6 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານເຈົ້າແຂວງບໍ່ແກ້ວ ຄໍາພັນ ເຜີຍຍະວົງ, ມີທ່ານ ໂຈຄຸນ ປະທານສະພາບໍລິຫານເຂດເສດຖະກິດສະເພາະບໍ່ເຕນແດນງາມ, ພ້ອມດ້ວຍພະແນກການອ້ອມຂ້າງແຂວງ, ເມືອງ ແລະ ອໍານາດການປົດຄອງເມືອງເຂົ້າຮ່ວມ.
ທ່ານປະທານສະພາບໍລິຫານເຂດເສດຖະກິດສະເພາະບໍ່ເຕນແດນງາມ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 13,8 ເຮັກຕາ ແລະ ໄດ້ແບ່ງອອກເປັນ 2 ເຂດຄື: ເຂດປອດພາສີ ແລະ ເຂດການຄ້າທົ່ວໄປ, ຊຶ່ງຈະປະກອບມີສູນການຄ້າ, ໂຮງແຮມ 5 ດາວ, ຮ້ານອາຫານ, ເຂດປອດພາສີ, ເຂດການຄ້າ, ສະຖານີຂົນສົ່ງໂດຍສານ ແລະ ອື່ນໆ, ໂດຍແມ່ນບໍລິສັດບໍເຕນແດນງາມເປັນຜູ້ສຳປະທານ ແລະ ຮັບເໝົາກໍ່ສ້າງ, ໃນມູນຄ່າຫລາຍກວ່າ 100 ລ້ານໂດລາສະຫະລັດ, ໂດຍຈະເລີ່ມລົງມືນັບແຕ່ທ້າຍປີ 2017 ຫາ ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2020.
ໃນໂອກາດນີ້, ທ່ານເຈົ້າແຂວງບໍ່ແກ້ວ ໄດ້ມີຄໍາເຫັນວ່າ: ໂຄງການພັດທະນານີ້, ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງກໍຄືເມືອງຫ້ວຍຊາຍໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເພື່ອສ້າງພື້ນຖານໂຄງລ່າງ ແລະ ເງື່ອນໄຂອຳນວຍຄວາມສະດວກໃນການສຸກຍູ້ສົ່ງເສີມການຜະລິດ, ການທ່ອງທ່ຽວ, ການບໍລິການ, ທັງເປັນການດຶ່ງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວແຂວງບໍ່ແກ້ວໃຫ້ນັບມື້ນັບຫລາຍຂຶ້ນ, ພ້ອມທັງຮຽກຮ້ອງໃຫ້ບໍລິສັດຜູ້ພັດທະນາ, ຈົ່ງເອົາໃຈໃສ່ປະຕິບັດໂຄງການໃຫ້ຖຶກຕ້ອງຕາມລະບຽບກົດໝາຍ, ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນ, ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ ແລະ ມີຄວາມສະຫງົບປອດໄພດີ ເພື່ອຮັບປະກັນໃຫ້ການກໍ່ສ້າງສໍາເລັດຕາມເວລາກຳນົດໄວ້.