ສອງປະທານປະເທດ ລາວ-ຫວຽດນາມ ຮ່ວມພົບປະສອງຝ່າຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ 19 ທີ່ນະຄອນຫລວງປາຣີ ສ ຝຣັ່ງ ລະຫວ່າງ ວັນທີ 4-5 ຕຸລາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ໂຕ ເລີມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ.
ໂອກາດນີ້, ສອງປະທານປະເທດ ໄດ້ສະແດງຄວາມດີໃຈທີ່ໄດ້ພົບປະກັນ ໃນໂອກາດທີ່ເດີນ ທາງເຂົ້າຮ່ວມກອງປະຊຸມ ສຸດຍອດຝຣັງໂກໂຟນີ ຄັ້ງທີ 19 ຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ ແລະ ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການຢ້ຽມຢາມທາງລັດຖະກິດ ທີ່ ສສ ຫວຽດນາມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກໍຄື ການພົບປະ ປະຈຳປີລະຫວ່າງສອງກົມການເມືອງຂອງສອງປະເທດທີ່ໄດ້ຈັດຂຶ້ນໃນວັນທີ 10-13 ກັນຍາ ຜ່ານມາ. ພ້ອມນີ້, ສອງປະທານປະເທດລາວ-ຫວຽດນາມ ຍັງໄດ້ຕີລາຄາສູງຕໍ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ໄດ້ເຫັນດີເປັນເອກະພາບ ມອບໃຫ້ລັດຖະບານ ກໍຄື ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວ ຂ້ອງຂອງລາວ ແລະ ຫວຽດນາມ ນໍາໄປຈັດຕັ້ງປະຕິບັດ ໝາກຜົນຂອງການຢ້ຽມຢາມລັດຖະກິດ ແລະ ເນື້ອໃນ ຈິດໃຈທີ່ສອງກົມການເມືອງໄດ້ຕົກລົງເປັນເອກະພາບກັນ ໂດຍສະເພາະ ແມ່ນການຜັນຂະ ຫຍາຍບັນດາໂຄງການທີ່ສໍາຄັນ ທີ່ໄດ້ຮັບຮອງເອົາແລ້ວນັ້ນໃຫ້ປາກົດຜົນເປັນຈິງ.
ໂອກາດນີ້, ທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນລາວ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາ ຊົນ ຫວຽດນາມ ໂດຍສະເພາະ ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈມາຍັງ ສປປ ລາວ. ພິເສດ, ໄດ້ໃຫ້ການຊ່ວຍເຫລືອ ເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ.