ລາວແລນໂອເວີນຳສະເໜີ Velar ຮຸ່ນໃໝ່

ວັນທີ 9 ພະຈິກນີ້, ລາວ ແລນໂລເວີ ໄດ້ນຳສະເໜີລົດ Range Rover Velar ຮຸ່ນໃໝ່ ຂອງຕົນ ຂຶ້ນທີ່ນະຄອນຫລວງ ວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານນາງ ເມັດຄຳ ສຸວັນ ນະສານ ຫົວໜ້າບໍລິຫານງານ ຝ່າຍຂາຍ ລາວແລນໂລເວີ, ມີບັນ ດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
+ ນໍາສະເໜີ HONDA CR-V ຮຸ່ນໃຫມ່
+ 60 ປີ ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈຳກັດເຕີບໃຫຍ່ເຂັ້ມແຂງ
ລົດຮຸ່ນດັ່ງກ່າວ ເປັນຮຸ່ນທີ 4 ຂອງຕະກູນ Range Rover ຖືກອອກແບບພິເສດ, ເຊິ່ງລວມ ເອົາ Range Rover Sport ແລະ Range Rover Evoque ຮ່ວມເຂົ້າກັນຢ່າງ ລົງໂຕ, ດ້ານນອກມີຄວາມສະ ຫງ່າ, ເໝາະກັບທຸກສະພາບ ເສັ້ນທາງ, ມີຄວາມຫລູຫລາໃນ ໂຕໂດຍບໍ່ຕ້ອງເຕີມແຕ່ງໃດໆ ເພີ່ມ, ຕາໄຟໜ້າຂອງລົດແມ່ນ ໃຊ້ ລະບົບ Full Maxtix-laser LED, ພາຍໃນ ມີໜ້າຈໍສຳພັດ ຂະໜາດ 10 ນີ້ວ ຈຳນວນ 2 ໜ່ວຍເພື່ອນຳໃຊ້ໃນການຜ່ອນ ຄາຍໃນເວລາຂັບຂີ່ ແລະ ເດີນ ທາງໄກ, ຂະນະດຽວກັນເບາະ ນັ່ງ ແມ່ນຜະລິດຈາກວັດສະດຸ ທີ່ມີຄວາມຍືນຍົງ, ມີຄຸນນະພາບ ສູງ, ມີຄວາມໂດດເດັ່ນໃນໂຕ, ຫ້ອງໂດຍສານກວ້າງຂວາງ ສະດວກສະບາຍ ແລະ ເກັບສຽງ ແລະ ກິ່ນທີ່ອາດຈະລົບກວນ ຈາກ ພາຍນອກໄດ້ເປັນຢ່າງດີ.