ລາວ-ຈີນ ວາງສີລາລືກໂຄງການກໍ່ສ້າງໂຮງໝໍມະໂຫສົດ 600 ຕຽງ

ໃນໂອກາດຢ້ຽມຢາມ ລັດຖະກິດ ສປປ ລາວ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີ ຈິ້ນຜິງ, ໃນຕອນເຊົ້າຂອງວັນທີ 14 ພະຈິກ 2017, ພິທີວາງສີລາລືກໂຄງການກໍ່ສ້າງອາຄານໂຮງໝໍມະໂຫສົດຫລັງໃໝ່ ຂະໜາດ 600 ຕຽງ ໄດ້ຈັດຂຶ້ນທີ່ໂຮງໝໍມະໂຫສົດ, ນະຄອນຫລວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ແລະ ມີການນໍາຂັ້ນສູງພັກ, ລັດ ຂອງ ສປ ຈີນ ແລະ ລາວ, ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ຈົງຊານ, ລັດຖະມົນຕີກະຊວງການຄ້າ ສປ ຈີນ ແລະ ສະຫາຍ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ສປປ ລາວ, ໄດ້ຜັດປ່ຽນກັນຂຶ້ນລາຍງານ ກ່ຽວກັບ ໂຄງການດັ່ງກ່າວ. ຫລັງຈາກນັ້ນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ກໍໄດ້ໃຫ້ກຽດຂືຶ້ນຮ່ວມກັນຕັດແຖບຜ້າ ວາງສີລາລືກໂຄງການຢ່າງເປັນການ.
ໂຄງການກໍ່ສ້າງຕຶກອາຄານໂຮງໝໍຫລັງໃໝ່ນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກ ສປ ຈີນ ໃນມູນຄ່າການກໍ່ສ້າງ ປະມານ 646.800.000 ຢວນ ອີງຕາມການອອກແບບກໍ່ສ້າງໂຮງຫມໍດັ່ງກ່າວ ຈະມີເນື້ອທີ່ດິນ 31.000 m2, ເນື້້ອທີ່ການກໍ່ສ້າງຕຶກມີ 54.000 m2, ຕຶກໃຫຍ່ມີ 8 ຊັ້ນ ແລະ ປະກອບດ້ວຍຕຶກອື່ນໆຈໍານວນນຶ່ງ. ຖືວ່ານີ້ເປັນການຊ່ວຍເຫລືອຂອງຈີນໃນການສ້າງໂຮງຫມໍຢູ່ຕ່າງປະເທດທີ່ມີເນື້ອທີ່ໂຄງການກໍ່ສ້າງຕຶກຂະຫນາດໃຫຍ່ທີ່ສຸດ, ຈໍານວນຕຽງຫລາຍທີ່ສຸດ ແລະ ງົບປະມານການລົງທຶນຫລາຍທີ່ສຸດ ຄາດຄະເນຈະລົງມືການກໍ່ສ້າງກ່ອນເດືອນ ຕຸລາ 2018, ຈະສຳເລັດການກໍ່ສ້າງ ແລະ ຕິດຕັ້ງອຸປະກອນຕ່າງໆ ພາຍໃນ 36 ເດືອນ; ອາຄານບໍລິການການແພດດັ່ງກ່າວ ຈະສາມາດບັນຈຸຕຽງນອນຄົນເຈັບໄດ້ເຖິງ 600 ຕຽງ, ຊຶ່ງຈະປະກອບມີ: ພາກສ່ວນສຸກເສີນ, ພາກສ່ວນກວດເຂດນອກ, ພາກສ່ວນຫ້ອງນອນຄົນເຈັບ, ຫ້ອງປະຕິບັດການຝ່າຍການແພດ, ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ແລະ ຕຶກອາຄານບໍລິຫານ; ຈະສະໜອງຕິດຕັ້ງອຸປະກອນການແພດທີ່ທັນສະໄໝ ແລະ ອຸປະກອນຮັບໃຊ້ ແລະ ມີການຝຶກອົບຮົມພະນັກງານໃນການນຳໃຊ້ ແລະ ບູລະນະຮັກສາ ເປັນຕົ້ນ. ຄາດວ່າ ໂຄງການຊ່ວຍເຫລືອດັ່ງກ່າວ ຈະຍົກລະດັບຄຸນນະພາບການບໍລິການດ້ານສາທາລະນະສຸກໃຫ້ດີຂື້ນ, ໂດຽສະເພາະວຽກງານການປິ່ນປົວ, ການສົ່ງເສີມສຸຂະພາບ, ການກໍ່ສ້າງບຸກຄະລາກອນ ແລະ ຄົ້ນຄວ້າວິທະຍາສາດດ້ານການແພດ, ໂດຽຈະນຳໃຊ້ລະບົບ IT ເຂົ້າຊ່ວຍໃນການບໍລິການວຽກງານປິ່ນປົວ ແລະ ການຄຸ້ມຄອງບໍລິການອື່ນໆ ໃຫ້ວ່ອງໄວ ສະດວກ ແລະ ທັນສະໄໝຂຶ້ນ. ໃນໄລຍະການປະຕິບັດໂຄງການດັ່ງກ່າວນີ້ ໂຮງໝໍມະໂຫສົດ ຈະສືບຕໍ່ໃຫ້ການບໍລິການແກ່ປະຊາຊົນບາງພາກສ່ວນຂະແໜງການທີ່ຈຳເປັນ.
ພາຍຫລັງສຳເລັດພິທີວາງສີລາລືກ, ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ກໍໄດ້ເຂົ້າໄປຢ້ຽມຢາມຄະນະຊ່ຽວຊານແພດຈາກ ສປ ຈີນ ແລະ ຢ້ຽມຢາມຄົນເຈັບທີ່ຜ່າຕັດຕາຂຸ້ນ ຊຶ່ງໄດ້ຮັບການຊ່ວຍເຫລືອຜ່າຕັດໂດຍຄະນະແພດດັ່ງກ່າວ.