ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງໃໝ່
ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 14 ພະຈິກນີ້, ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາໃສ່ຮ່າງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງໃໝ່, ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ຮັດກຸມແທດເໝາະກັບຕົວຈິງຂອງປະເທດ ແລະ ເຫັນດີຮັບຮອງເອົາກົດໝາຍສະບັບດັ່ງກ່າວດ້ວຍຄະແນນສຽງສ່ວນຫຼາຍ.
ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນສະເໜີຮ່າງກົດໝາຍດັ່ງກ່າວ ຕໍ່ກອງປະຊຸມວ່າ: ກົດໝາຍສະບັບນີ້ປະກອບມີ 15 ພາກ, 31 ໝວດ ແລະ 275 ມາດຕາ ການປັບປຸງລັດຖະທໍາມະນູນໃນປີ 2015 ໄດ້ສົ່ງຜົນໃຫ້ບັນດາກົດໝາຍຈໍານວນໜຶ່ງ, ລວມທັງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງມາດຕາ ເພື່ອໃຫ້ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍອື່ນ, ເປັນຕົ້ນແມ່ນກົດໝາຍວ່າດ້ວຍ ອົງການໄອຍະການປຊາຊົນ ແລະ ກົດໝາຍວ່າດ້ວຍ ສານປະຊາຊົນ, ພ້ອມກັນນີ້ ກໍເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ແລະ ເພື່ອສອດຄ່ອງກັບລະບົບການດໍາເນີນຄະດີອາຍາຂອງພາກພື້ນ ແລະ ສາກົນ, ທັງຮັບປະກັນການຮ່ວມມື ແລະ ຊ່ວຍເຫຼືອທາງດ້ານຍຸຕິທໍາທາງອາຍາ ໃຫ້ມີປະສິດທິພາບຍິ່ງຂຶ້ນ, ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ ໃຫ້ນັບມື້ຫຼຸດລົງ. ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບທໍາອິດໄດ້ຖືກຮອງຮັບ ແລະ ປະກາດໃຊ້ຕາມສະບັບເລກທີ 30/ສປສ, ລົງວັນທີ 2 ທັນວາ 1998, ຈາກນັ້ນ ໄດ້ຖືກປັບປຸງສອງຄັ້ງໃນປີ 2004 ແລະ ໃນປີ 2012 ນັບແຕ່ນັ້ນມາຮອດປັດຈຸບັນກໍເປັນເວລາ 5 ປີ, ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວເຫັນວ່າ: ກົດໝາຍດໍາເນີນຄະດີອາຍາ ສະບັບປັດຈຸບັນ ມີບາງບັນຫາຍັງບໍ່ໄດ້ກໍານົດລະອຽດຈະແຈ້ງ, ຮັດກຸມ, ຄວາມເຂົ້າໃຈຕໍ່ເນື້ອໃນຂອງບາງມາດຕາຍັງບໍ່ທັນເປັນເອກະພາບກັນ, ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ປັບປຸງ, ຕັດອອກ ແລະ ເພີ່ມຕື່ມ ເນື້ອໃນຈໍານວນໜຶ່ງ ເພື່ອເຮັດໃຫ້ກົດໝາຍສະບັບນີ້ມີຄວາມຄົບຖ້ວນ, ຈະແຈ້ງ, ຮັດກຸມກວ່າເກົ່າ ແລະ ເຂົ້າໃຈງ່າຍ, ເປັນເຄື່ອງມືສໍາຄັນ ໃນການດໍາເນີນຄະດີອາຍາ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ຄົບຖ້ວນຮອບດ້ານ ແລະ ພາວະວິໄສ. ການຄົ້ນຄວ້າກົດໝາຍໃນຄັ້ງນີ້ ເນື້ອແທ້ກໍແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກໍຄືທິດຊີ້ນໍາ 3 ສ້າງ, ທັງໃຫ້ສອດຄ່ອງກັບລັດຖະທໍາມະນູນ ສະບັບປີ 2015, ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປີ 2015 ແລະ ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ໄປພ້ອມກັບການສ້າງກົນໄກ, ຂັ້ນຕອນ, ວິທີການ ແລະ ມາດຕະການ ປະຕິບັດໜ້າທີ່ວຽກງານຂອງອົງການດໍາເນີນຄະດີອາຍາ ແລະ ອົງການກ່ຽວຂ້ອງ ໃຫ້ມີປະສິດທິພາບກວ່າເກົ່າ.
ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປີ 2012 ປະກອບມີ 15 ພາກ, 31 ໝວດ ແລະ 275 ມາດຕາ; ຜ່ານການປະຕິບັດມາເປັນເວລາ 5 ປີ ແລະ ການປັບປຸງຄັ້ງນີ້, ໂຄງສ້າງຂອງກົດໝາຍຍັງຮັກສາໄວ້ຄືເກົ່າ ແລະ ຕົ້ນຕໍສຸມໃສ່ປັບປຸງກ່ຽວກັບພາກການໍາເນີນການສືບສວນ-ສອບສວນ, ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ, ການດໍາເນີນຄະດີຢູ່ສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ, ພາກການປະຕິບັດຄໍາຕັດສິນຂອງສານ. ການປັບປຸງກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ, ສະບັບປີ 2012 ເນື້ອແທ້ແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເຂົ້າສູ່ຊີວິດຕົວຈິງ, ໂດຍຫັນເປັນກົດໝາຍ ແລະ ນິຕິກໍາຂອງລັດ, ເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ, ຊຶ່ງເນື້ອໃນທັງໝົດ ທີ່ໄດ້ຮັບປັບປຸງນັ້ນ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ຮີດຄອງປະເພນີ ແລະ ເງື່ອນໄຂ ຂອງປະເທດເຮົາ ໃນເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດກົດໝາຍ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ສ້າງຄວາມເຊື່ອໝັ້ນຕໍ່ລະບົບຍຸຕິທໍາຂຶ້ນຕື່ມລະດັບໜຶ່ງ, ເຮັດໃຫ້ການປົກຄອງດ້ວຍກົດໝາຍມີຄວາມສັກສິດເພີ່ມຂຶ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ, ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ເປັນກົດໝາຍພື້ນຖານ ທີ່ຈະເປັນນິຕິກໍາອັນສໍາຄັນໃຫ້ແກ່ອົງການລັດ ທີ່ມີສິດອໍານາດໃນການດໍາເນີນຄະດີອາຍາ, ຜູ້ດໍາເດີນຄະດີອາຍາ ແລະ ບັນດາຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ, ພ້ອມກັນນັ້ນ ກໍເພື່ອຮັບປະກັນສິດ ແລະ ພັນທະພື້ນຖານຂອງພົນລະເມືອງມີຄວາມສະເໝີພາບຕໍ່ໜ້າກົດໝາຍ.