ນາຍົກລັດຖະມົນຕີ ຕ້ອນຮັບຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ

ໃນວັນທີ 17 ພະຈິກ 2017 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ 44 ປະຈຳປີ 2017 ຈໍານວນ 16 ທ່ານ ນໍາໂດຍ ທ່ານ Komagata Kenihi ຜູ້ບໍລິຫານໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ທີ່ຕາງໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ແລະ ທ່ານ ອິດສະຫລະ ສຸວັນນະສິງ ຫົວໜ້າຄະນະຊາວໜຸ່ມລາວ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 17-19 ພະຈິກ ຕາມຮອບວຽນການຈັດຕັ້ງປະຕິບັດໂຄງການໃນແຕ່ລະປີ.
ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ມາຍັງຄະນະຜູ້ແທນຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໂດຍທ່ານໄດ້ຕີລາຄາສູງກ່ຽວກັບຄວາມສຳຄັນຂອງໂຄງການດັ່ງກ່າວ ເພາະເປັນການຮຽນຮູ້ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວ, ສົ່ງເສີມຄວາມສາມັກຄີຮັກແພງກັນ ລະຫວ່າງປະຊາຊາດອາຊຽນ ແລະ ຍີ່ປຸ່ນ ໂດຍທ່ານາຍົກລັດຖະມມົນຕີ ເຫັນດີໃຫ້ສືບຕໍ່ໂຄງການດັ່ງກ່າວ. ເພື່ອເປັນຂົວຕໍ່ໃນການແລກປ່ຽນວັດທະນະທໍາ ແລະ ການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ
ການແລກປ່ຽນຊາວໜຸ່ມ ເປັນໜຶ່ງໃນບັນດາໂຄງການທີ່ສໍາຄັນ ເຊິ່ງສາມາດສົ່ງເສີມການພົວພັນ ລະຫວ່າງປະຊາຊົນກັບປະປະຊາຊົນ ໂດຍສະເພາະຊາວໜຸ່ມຈາກສອງພາກພື້ນໃຫ້ມີຄວາມເຂົ້າອົກເຂົ້າໃຈ ແລະ ຮຽນຮູ້ດ້ານວັດທະນະທໍາ-ສັງຄົມ ຂອງກັນ ແລະ ກັນໄດ້ດີຕະຫລອດມາ. ສໍາລັບ ສປປ ລາວ, ລັດຖະບານ ໄດ້ມອບໃຫ້ ສູນກາງ ຊປປ ລາວ ເປັນຂະແໜງການຫລັກໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ໂດຍຄັດເລືອກເອົາຄະນະຊາວໜຸ່ມລາວ ເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ປີລະ 28 ສະຫາຍ ແລະ ຫົວໜ້າຄະນະ 1 ສະຫາຍ ນັບແຕ່ປີ 1998 ເປັນຕົ້ນມາ.