ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ

ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ - 111 - ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ
ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ - kitchen vibe - ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ

       ທ່ານ ຢຸນຊອກຢໍ ປະທານາທິບໍດີ ສ.ເກົາຫລີ ສ້າງຄວາມປະຫລາດໃຈໄປທົ່ວໂລກ ດ້ວຍການປະກາດກົດໄອຍະການເສິກສຸກເສີນ ໂດຍລະບຸວ່າເປັນຄວາມຈໍາເປັນ ເພື່ອປົກປ້ອງປະເທດຈາກໄພຄຸກຄາມຂອງກອງກໍາລັງ ສປປ ເກົາຫລີ. ຂະນະທີ່ລັດຖະບານກໍາລັງຜະເຊີນຄວາມຍາກລໍາບາກໃນການຊຸກຍູ້ນະໂຍບາຍຕ່າງໆ ພາຍຫລັງເສຍໄຊການເລືອກຕັ້ງຕໍ່ພັກຝ່າຍຄ້ານ.

      ໃນລະຫວ່າງຖະແຫລງສົດຜ່ານໂທລະພາບທົ່ວປະເທດ, ປະທານາທິບໍດີ ຢຸນຊອກຢໍ ກ່າວຫາວ່າພັກຝ່າຍຄ້ານຂອງ ສ.ເກົາຫລີ ເຮັດກິດຈະກໍໍາທີ່ເປັນປໍລະປັກຕໍ່ລັດ ແລະ ສະແດງຄວາມເຫັນໄປໃນທາງດຽວກັບ ສປປ ເກົາຫລີ.

ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ - Visit Laos Visit SALANA BOUTIQUE HOTEL - ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ
ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ - Visit Laos Visit SALANA BOUTIQUE HOTEL - ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ

      ເຖິງຢ່າງໃດກໍຕາມ, ທ່ານ ຢຸນຊອກຢໍ ບໍ່ໄດ້ລະບຸລາຍລະອຽດເຖິງມາດຕະການໃດ, ແຕ່ມີການອ້າງເຖິງຄວາມພະຍາຍາມຂອງພັກຝ່າຍຄ້ານຄື Democratic Party ໃນການຍື່ນຍັດຕິຖອດຖອນສະມາຊິກຄະນະລັດຖະບານບາງທ່ານ ແລະ ປະຕິເສດຮ່າງງົບປະມານຂອງລັດຖະບານ.

      “ເພື່ອປົກປ້ອງ ສ.ເກົາຫລີ ທີ່ເປັນເສລີນິຍົມຈາກໄພຄຸກຄາມທີ່ມາຈາກກອງກໍາລັງກອມມູນິດ ສປປ ເກົາຫລີ ແລະ ເພື່ອກໍາຈັດອົງປະກອບທີ່ເປັນປໍລະປັກຕໍ່ລັດ ຂ້າພະເຈົ້າຈຶ່ງຂໍປະກາດກົດໄອຍະການເສິກສຸກເສີນ” ທ່ານ ຢຸນຊອກຢໍ ກ່າວ.

      YTN TV ລາຍງານວ່າ: ປະທານສະພາຜູ້ແທນລາຊະດອນກໍາລັງເດີນທາງໄປອາຄານລັດຖະສະພາ ໂດຍກຽມຈະປະຊຸມສຸກເສີນ. ຂະນະທີ່ສໍານັກຂ່າວ Yonhap ລາຍງານວ່າ: ທາງເຂົ້າສະພາຖືກກີດຂວາງ ໂດຍສະມາຊິກສະພາບໍ່ສາມາດເຂົ້າໄປໄດ້.

      ທັງນີ້, ຫລັງຈາກພັກຂອງທ່ານ ຢຸນຊອກຢໍ ເສຍໄຊຕໍ່ພັກຝ່າຍຄ້ານແບບແລນສະໄລ ເຮັດໃຫ້ທ່ານ ຢຸນຊອກຢໍ ບໍ່ສາມາດຜ່ານກົດໝາຍໄດ້ຕາມຕ້ອງການ, ແຕ່ທ່ານຍັງໃຊ້ອໍານາດຢັບຢັ້ງຮ່າງກົດໝາຍທີ່ຊຸກຍູ້ໂດຍຝ່າຍຄ້ານ.

      ໃນອາທິດຜ່ານມາ, ພັກຝ່າຍຄ້ານທີ່ຄອງສຽງສ່ວນຫລາຍໃນສະພາໄດ້ຕັດງົບປະມານຂອງລັດຖະບານລົງ ເຊິ່ງຮ່າງງົບປະມານສະບັບນີ້ບໍ່ສາມາດຖືກຄັດຄ້ານໄດ້.

      ນອກຈາກນີ້, ທ່ານ ຢຸນຊອກຢໍ ຍັງຜະເຊີນຂ່າວລື່ ເຊິ່ງສ່ວນຫລາຍພົວພັນກັບພັນລະຍາຂອງທ່ານທີ່ຖືກກ່າວຫາວ່າສໍ້ລາດບັງຫລວງ ໂດຍບຸກຄົນທີ່ຝ່າຍຄ້ານພະຍາຍາມຖອດຖອນສ່ວນຫລາຍຢູ່ໃນໜ່ວຍງານກວດສອບລັດຖະບານ ເນື່ອງຈາກລົ້ມເຫລວໃນການກວດສອບແມ່ຍິງໝາຍເລກ 1.

      ທ້າຍທີ່ສຸດທ່ານ ຢຸນຊອກຢໍ ເລືອກຈະກົດປຸ່ມນິວເຄຼຍ ໂດຍອ້າງວ່າເພື່ອຟື້ນຟູຄວາມສະຫງົບຮຽບຮ້ອຍ ເມື່ອກອງກໍາລັງປໍລະປັກພະຍາຍາມຈະເຮັດໃຫ້ປະເທດເປັນອໍາມະພາດ.

ອ້າງອີງ:

ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ - 4 - ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ
ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ - 5 - ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ
ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ - 3 - ຜູ້ນໍາ ສ.ເກົາຫລີ ປະກາດກົດໄອຍະການເສິກ ປົກປ້ອງປະເທດຈາກກອງກໍາລັງກອມມູນິດ ສປປ ເກົາຫລີ