ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ

ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ - Lao Singapore - ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ
ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ - kitchen vibe - ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສິງກະໂປ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນໃກ້ຊິດ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ​ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້້າສູ່ລວງເລິກໃນຫຼາຍຂົງເຂດການຮ່ວມມື ໃນຕະຫຼອດໄລຍະເຄິ່ງສະຕະວັດທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນ ແລະ ການຮ່ວມມືທີ່ດີ ຂອງພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ - Visit Laos Visit SALANA BOUTIQUE HOTEL - ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ
ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ - Visit Laos Visit SALANA BOUTIQUE HOTEL - ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນສິງກະໂປ ຈົ່ງມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນສືບຕໍ່ໄປ.

ດ້ວຍຄວາມນັບຖືຢ່າງສູງ,

Your Excellency,

          On behalf of the people of the Lao People’s Democratic Republic as well as on my own behalf, I would like to extend my warmest congratulations and best wishes to Your Excellency and the people of the Republic of Singapore on the auspicious occasion of the 50th Anniversary of the Establishment of Diplomatic Relations between the Lao People’s Democratic Republic and the Republic of Singapore.

          The Lao PDR and the Republic of Singapore have enjoyed close friendship and good cooperation over the past half-century. I am very delighted to note that bilateral cooperation between our two countries continues to expand especially to the new areas including renewable energy and carbon credit. More importantly, on the area of human resource development, Singapore has been playing a crucial role through providing short and long-term training courses under the Singapore Cooperation Program over the past decades. I firmly believe that our existing relations and good cooperation will continue to flourish in the years to come with an aim to bring about tangible benefits to our peoples as well as promoting peace, stability and cooperation for development in the region and the world at large.

May I take this opportunity to wish Your Excellency good health, happiness and greater success in your noble tasks and the Singaporean people continued progress and prosperity.

Please accept, Excellency, the assurances of my highest consideration.

Thongloun SISOULITH

H.E. Tharman Shanmurgaratnum

President of the Republic of Singapore

ທ່ານ ສອນໄຊ ສີພັນດອນ ເຖິງ ​ທ່ານ ລໍເຣນສ ວອງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ

ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສິງກະໂປ ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ຄົບຮອບ 50 ປີ.

ໃນປີ 2024 ນີ້ ເປັນຂີດໝາຍສຳຄັນທາງດ້ານປະຫວັດສາດການພົວພັນຮ່ວມມືສອງຝ່າຍຂອງພວກເຮົາ ໂດຍສະເພາະແມ່ນພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີຕະຫຼອດເຄິ່ງສະຕະວັດຜ່ານມາ  ທີ່ໄດ້ຮັບການຊຸກຍູ້ສົ່ງເສີມຜ່ານການພົວພັນຮ່ວມມືອັນໃກ້ຊິດ ລະຫວ່າງ ປະຊາຊົນສອງຊາດ ແລະ ການຮ່ວມມືທີ່ກໍາລັງຂະຫຍາຍຕົວໃນຫຼາຍຂົງເຂດວຽກງານ ລວມທັງການພັດທະນາຊັບພະຍາກອນມະນຸດ, ພະລັງງານທົດແທນ, ສິນເຊື່ອກາກບອນ ແລະ ອື່ນໆ. ຂ້າພະເຈົ້້າ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົບປະຂອງພວກເຮົາ ໃນໄລຍະການຢ້ຽມຢາມທາງການ ທີ່ ສິງກະໂປ ຂອງ ຂ້າພະເຈົ້້າ ໃນວັນທີ 9 ກໍລະກົດ 2024 ລວມທັງການຢ້ຽມຢາມແນະນໍາຕົວ ທີ່ ສປປ ລາວ ຂອງພະນະທ່ານ ໃນວັນທີ 11 – 12 ຕຸລາ 2024 ຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ໂດຍສະເພາະຄວາມເຊື່ອໝັ້ນ ແລະ ເຂົ້້າອົກເຂົ້້າໃຈເຊິ່ງກັນ ແລະ ກັນ. ຂ້າພະເຈົ້້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ນີ້. ຂ້າພະເຈົ້້າ ຫວັງເປັນຢ່າງຍິ່ງວ່າຈະໄດ້ສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ   ເພື່ອສືບຕໍ່ຊຸກຍູ້ການຮ່ວມມືອັນໃກ້ຊິດ ກໍຄື ສາຍພົວພັນອັນດີລະຫວ່າງສອງປະເທດພວກເຮົາ ໃຫ້ກ້າວສູ່ລວງເລິກຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ. 

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ        ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ ພະນະທ່ານ ແລະ ປະຊາຊົນສິງກະໂປ ສືບຕໍ່ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,                                     

On behalf of the Government of the Lao People’s Democratic Republic and on my own behalf, I would like to convey my warmest congratulations and best wishes to Your Excellency and the Government of the Republic of Singapore on the auspicious occasion of the 50th Anniversary of the Establishment of Diplomatic Relations between the Lao People’s Democratic Republic and the Republic of Singapore.

This year 2024 marks a historical milestone in the development of our bilateral relations as we jointly celebrate our long-standing friendship and good cooperation over half century, underpinned by strong people-to-people linkages and growing cooperation on various sectors including human resource development, renewable energy, carbon credits, among others.  I highly value the successful outcomes of our meetings during my official visit to Singapore on 9th July 2024 as well as Your Excellency’s introductory visit to the Lao PDR on 11th -12th October this year, which has greatly further contributed to the strengthening of our friendly relations especially our mutual trust and understanding. Taking this opportunity, on behalf of the Government of the Lao PDR, I would like to express my sincere thanks the Government of Singapore for the kind support extended to the Laos’ ASEAN chairmanship in 2024. I look forward to continue working closely with Your Excellency to further advance our close partnership and deepen our bilateral ties in the years ahead for the benefits of our two countries and peoples.

On this auspicious occasion, may I wish Your Excellency continued good health, happiness and greater success in your noble tasks and the Singaporean people continued progress and prosperity.

Please accept, Your Excellency, the assurances of my highest consideration.       

Sonexay SIPHANDONE

H.E. Lawrence Wong

Prime Minister of the Republic of Singapore

Singapore             

On the occasion of the 50th Anniversary of the establishment of diplomatic relations between the Lao People’s Democratic Republic and the Republic of Singapore, I have a great pleasure to extend my heartfelt congratulations and best wishes to Your Excellency and through Your Excellency to the entire staff of the Ministry of Foreign Affairs of the Republic of Singapore.

I am greatly delighted to note that over the past 5 decades, our two countries have nurtured a long-standing friendship and good cooperation in numerous areas, ranging from trade and investment, human resource development and people-to- people exchanges as well as close collaboration within regional and international foras, especially our ASEAN family.

I look forward to working closely with Your Excellency to further strengthen these growing bonds of friendship and good cooperation at present, particularly in our new areas of cooperation such as renewable energy and carbon credit. I am confident that our two nations will cultivate even closer and greater cooperation in the years to come in order to work together to address regional and global challenges, promote sustainable development and build a brighter and more prosperous future for our people.

            May I take this meaningful occasion to wish Your Excellency and family as well as the entire staff of the Ministry of Foreign Affairs of Singapore continued good health, happiness and greater success in your noble tasks.

            Please accept, Excellency, the assurances of my highest consideration.

                                                                                              Thongsavanh PHOMVIHANE                                                                          

H.E. Dr Vivian Balakrishnan

Minister of Foreign Affairs of the Republic of Singapore

Singapore

ນະຄອນຫຼວງວຽງຈັນ, ວັນທີ 2 ທັນວາ 2024

ເນື່ອງໃນໂອກາດ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສາທາລະນະລັດ ປະຊາ       ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ຄົບຮອບ 50 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄໍາຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດ 5 ທົດສະວັດທີ່ຜ່ານມາ, ສອງປະເທດພວກເຮົາ ໄດ້ສືບຕໍ່ບໍາລຸງຮັກສາມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີໃນຫຼາຍຂົງ ເຂດວຽກງານ ນັບທັງດ້ານຂົງເຂດການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ ແລະ ການພົວພັນ ລະຫວ່າງ ປະຊາຊົນສອງຊາດ ກໍຄື ການຮ່ວມມືອັນໃກ້ຊິດໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຄອບຄົວອາຊຽນຂອງພວກເຮົາ.

ຂ້າພະເຈົ້້າ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວໃນປະຈຸບັນ ໂດຍສະເພາະໃນຂົງເຂດການຮ່ວມມືໃໝ່ຂອງພວກເຮົາ ເຊັ່ນ: ພະລັງງານທົດແທນ ແລະ ສິນເຊື່ອກາກບອນ. ຂ້າພະເຈົ້້າ ເຊື່ອໝັ້ນວ່າ ສອງປະເທດພວກເຮົາ ຈະສືບຕໍ່ຊຸກຍູ້ການຮ່ວມມືໃຫ້ໃກ້ຊິດ ແລະ ເຂັ້ມແຂງຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆທັງໃນພາກພື້ນ ແລະ ສາກົນ, ສົ່ງເສີມການພັດທະນາແບບຍືນຍົງ ແລະ ສ້າງອະນາຄົດທີ່ສົດໃສ ແລະ ຈະເລີນກ້າວໜ້າໃຫ້ແກ່ປະຊາຊົນຂອງພວກເຮົາ.

ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຄອບຄົວ ລວມທັງພະນັກງານລັດຖະກອນຂອງກະຊວງການຕ່າງປະເທດ ສິງກະໂປ ຈົ່ງສືບຕໍ່ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງທຸກໆທ່ານ.

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,                                     

ທອງສະຫວັນ ພົມວິຫານ

ພະນະທ່ານ ດຣ. ວິວຽນ ບາລາຄຣີສນານ

ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ

ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ - 4 - ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ
ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ - 5 - ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ
ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ - 3 - ສານຂອງທ່ານທອງລຸນ ສີສຸລິດ  ທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ