ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ

ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ brt ມາຕັ້ງໄວ້ກາງທາງ - Aaaa11 - ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ
ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ brt ມາຕັ້ງໄວ້ກາງທາງ - kitchen vibe - ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ວ່າ:

ວຽກກໍ່ສ້າງພື້ນຖານໂຄງລ່າງລະບົບລົດເມດ່ວນ ສາມາດປະຕິບັດໄດ້ 35,51% ເປັນຕົ້ນແມ່ນ ກໍ່ສ້າງແລ້ວ ແລະ ສະຖານີ ຂຶ້ນ-ລົງ ລົດເມ BRT ແຕ່ ສວນເຈົ້າຟ້າງຸ່ມ ໄປຫາ ມະຫາວິທະຍາໄລ ແຫ່ງຊາດ; ກໍ່ສ້າງອູ່ລົດເມ, ສູນຄວບຄຸມ, ອູ່ສ້ອມແປງ, ລານຈອດລົດເມ-ເຄື່ອງສາກໄຟລ໌ດ; ປັບປຸງທາງຮ່ອມເຂດໃຈກາງເມືອງ ແລະ ຕິດຕັ້ງລະບົບໄຟອໍານາດ. ຮອດທ້າຍປີ 2024 ຈະສູ້ຊົນ ໃຫ້ບັນລຸໄດ້ 45%. ຄາດຄະເນການກໍ່ສ້າງຈະໃຫ້ສໍາເລັດ ກາງປີ 2025.

ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ brt ມາຕັ້ງໄວ້ກາງທາງ - Visit Laos Visit SALANA BOUTIQUE HOTEL - ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ
ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ brt ມາຕັ້ງໄວ້ກາງທາງ - Visit Laos Visit SALANA BOUTIQUE HOTEL - ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ

ວຽກສະຫນອງພາຫະນະ ແລະ ອຸປະກອນ ມີຄວາມຄືບຫນ້າດີ. ການຈັດຊື້ລົດເມໄຟຟ້າ 55 ຄັນ, ປະຈຸບັນ, ໄດ້ມາຮອດ ນະຄອນຫຼວງວຽງຈັນ. ລະບົບຂົນສົ່ງທັນສະໄຫມ (Intelligent Transport System/ITS) ແລະ ລະບົບເກັບຄ່າໂດຍສານແບບອັດຕະໂນມັດ (Automatic Fare Collection/AFC) ໄດ້ສໍາເລັດການກວດຜ່ານດ້ານເຕັກນິກ. ອຸປະກອນ ITS ແລະ AFC ຈະຖືກຕິດຕັ້ງໃສ່ລົດເມ ໃນຕົ້ນປີ 2025.

ຖະຫນົນເຈົ້າອານຸ (ທິດເຫນືອ ແລະ ໃຕ້), ຖະຫນົນແຫ່ງບຸນ, ຖະຫນົນຂຸນບູລົມ (ຂ້າງຕະຫຼາດເຊົ້າ) ທີ່ ໃກ້ກັບສະຖານີລົດເມດ່ວນ ໃນລັດສະຫມີ 300 ແມັດ ຈະຖືກປັບປຸງ ເຊັ່ນ: ຂະຫຍາຍທາງຍ່າງໃຫ້ ກວ້າງ, ຈັດສັນບ່ອນຈອດລົດ, ປູກຕົ້ນໄມ້, ໃສ່ເສົາກັນຕ່ໍາ (ballard), ຝ້າຍ ແລະ ເຄື່ອງ ຫມາຍຈະ ລາວອນ ຄົບຊຸດ.

ສ່ວນບັນຫາທີ່ສັງຄົມສົນໃຈ ຕໍ່ກັບໂຄງການ.

1. ເປັນຫຍັງຈຶ່ງເອົາສະຖານີລົດເມ BRT ມາຕັ້ງໄວ້ກາງທາງ ຈະບໍ່ເຮັດໃຫ້ການສັນຈອນແອອັດກວ່າ ເກົ່າບໍ່? ເອົາໄປຕັ້ງໄວ້ຂອບທາງໄດ້ບໍ່?.

ຕອບ: ໂຄງການ ໄດ້ອອກແບບໄປຕາມມາດຕະຖານລະບົນ ລົດເມດ່ວນ (Bus Rapid Transit/BRT) ຂອງສາກົນ ໂດຍໃຫ້ມີຊ່ອງວະລາຈອນ (ເລນ) ສະເພາະ ທີ່ມີກ້ອນ Curb ຄອນ ກີດກັ້ນໄວ້ກັບເລນທົ່ວໄປ ແລະ ມີສະຖານີ ຂຶ້ນ-ລົງ ຢູ່ກາງທາງ ເພື່ອ:

• ຮັກສາເວລາແລ່ນລົດໃນເວລາເລັ່ງດ່ວນ ແລະ ປົກກະຕິ ຕາມຫຼັກການ ວິສະວະກໍາຄຸ້ມຄອງການຈະລາຈອນ;

• ນໍາໃຊ້ໂຄງສ້າງທາງ ແລະ ເຂດສະຫງວນທາງຫຼວງ ໃຫ້ເກີດປະສິດທິຜົນທີ່ສຸດ ບໍ່ໃຫ້ກະທົບພື້ນທີ່ ຂອງບຸກຄົນ;

• ສໍາລັບຈຸດທີ່ແຄບ, ໂຄງການຈະຂະຫຍາຍຜ່າທາງອອກ ຢ່າງຫນ້ອຍເບື້ອງລະ 1 ແມັດ ເພື່ອໃຫ້ເລນ ມີຄວາມກວ້າງຕາມມາດຕະຖານ ແລະ ມີຈໍານວນເລນ ສໍາລັບພາຫະນະທົ່ວໄປ ບໍ່ໃຫ້ຫຼຸດ ເບື້ອງລະ 2 ເລນ.

– ຖ້າເອົາສະຖານີ ຂຶ້ນ-ລົງ ລົດເມ BRT ມາຕັ້ງໄວ້ຂອບທາງ, ເລນສະເພາະລົດເມ BRT ຈະຕັນ ທາງເຂົ່າເຮືອນ ແລະ ສະຖານທີ່ອື່ນໆ ຈະສ້າງຄວາມຫຍຸ້ງຍາກທີ່ສຸດ.

2. ການເອົາສະຖານີ BRT ມາຕັ້ງໄວ້ກາງທາງ ຄົນຈະມານໍາໃຊ້ລົດເມແນວໃດ? ຄົນຍ່າງຈະມີຄວາມປອດໄພບໍ່?.

ຕອບ: ດ້ານຄວາມປອດໄພ ສໍາລັບ ຄົນຍ່າງຂ້າມທາງ ມານໍາໃຊ້ລົດເມ BRT, ໂຄງການ ໄດ້ອອກແບບສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຄວາມປອດໄພ ເຊັ່ນ: ຕິດຕັ້ງໄຟເຕືອນສໍາລັບຄົນຂ້າມທາງ, ປ້າຍເຕືອນ, ຕີເສັ້ນ (ທາງມ້າລາຍ), ເສັ້ນລູກລະນາດ ແລະ ຕິດຕັ້ງຄື້ນຫຼຸດຄວາມໄວ ກ່ອນຮອດສະຖານີ.

3. ຈະກໍ່ສ້າງຂົວຂ້າມທາງ ຄືເຫັນຢູ່ຕ່າງປະເທດບໍ່? ເພື່ອຄວາມປອດໄພແກ່ຄົນຍ່າງ.

ຕອບ: ໂຄງການ ມີແຜນຈະກໍ່ສ້າງຂົວຂ້າມທາງສໍາລັບຄົນຍ່າງ ເພື່ອເຊື່ອມຕໍ່ໃສ່ ສະຖານີຂຶ້ນ-ລົງ ລົດເມດ່ວນ BRT ເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພ. ເບື້ອງຕົ້ນ ແມ່ນໄດ້ລົງສໍາຫຼວດຈຸດກໍ່ສ້າງ ລະຫວ່າງ ຕະຫຼາດເຊົ້າ ຫາ ຄິວລົດເມ ຂົວດິນ. ນອກຈາກນັ້ນ ກໍ ແມ່ນຈຸດດົງໂດກ ແລະ ອື່ນໆ.

VII. ແຜນຕໍ່ຫນ້າ.

1) ສ້າງນິຕິກໍາ ຄຸ້ມຄອງລະບົບການຂົນສົ່ງສາທາລະນະ ໃນນະຄອນຫຼວງວຽງຈັນ ໃຫ້ເປັນໄປຕາມແຜນຜັງຕົວເມືອງ ແລະ ແຜນແມ່ບົດການຂົນສົ່ງໃນຕົວເມືອງ ສະບັບປັບປຸງໃຫມ່;

2) ກໍ່ສ້າງພື້ນຖານໂຄງລ່າງ ສໍາລັບລົດເມດ່ວນ ໃຫ້ສໍາເລັດໃນກາງປີ 2025 ແລະ ຂະຫຍາຍ ເສັ້ນທາງລົດເມດ່ວນ ຄື: 1) ຈາກແຍກ 450 ປີ ໄປຫາ ສະຖານີລົດໄຟ ລາວ-ຈີນ ແລະ 2) ຈາກ ສວນເຈົ້າຟ້າງຸ່ມ ໄປຫາ ສະຫນາມບິນສາກົນວັດໄຕ;

3) ໂຄສະນາເຜີຍແຜ່ ການນໍາໃຊ້ລົດເມດ່ວນ ດ້ວຍຫຼາຍຮູບແບບ, ຫຼາຍຊ່ອງທາງ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ brt ມາຕັ້ງໄວ້ກາງທາງ - 5 - ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ
ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ brt ມາຕັ້ງໄວ້ກາງທາງ - 3 - ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ
ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ brt ມາຕັ້ງໄວ້ກາງທາງ - 4 - ຍທຂ.ນວ ຊີ້ເຫດຜົນທີ່ ສະຖານີລົດເມ BRT ມາຕັ້ງໄວ້ກາງທາງ