ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ

ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - 470678351 1145383450608443 6432779265129793144 n - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ
ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - kitchen vibe - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ

ວັນທີ 17 ທັນວາ 2024 ແຂວງຄໍາມ່ວນໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນຄວາມຄິດເຫັນກ່ຽວກັບການສົ່ງເສີມ ແລະ ພັດທະນາ ອຸດສາຫະກຳປຸງແຕ່ງ, ວິສາຫະກິດ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາພະແນກການ, ບັນດາກົມກ່ຽວຂ້ອງ, ຊ່ຽວຊານ ຈາກ ສ. ເກົາຫຼີ ແລະ ບັນດາພາກສ່ວນທຸລະກິດ, ຜູ້ປະກອບການເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເເຫັນວ່າ: ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານໃນຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍສະເພາະການສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຕິດພັນກັບການທ່ອງທ່ຽວແບບຍືນຍົງຕາມທ່າແຮງຂອງແຂວງ ແລະ ຈະໄດ້ຮັບຟັງຄວາມຄິດເຫັນຈາກບັນດາທ່ານທີ່ເຂົ້າຮ່ວມ ແລະ ຄໍາຄິດເຫັນຊີ້ແນະຈາກ ທ່ານ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ຄໍາຄິດເຫັນຂອງຊ່ຽວຊານຈາກ ສ. ເກົາຫຼີ ໂດຍສະເພາະບົດຮຽນປະສົບການທີ່ມີຜົນສໍາເລັດຢູ່ ສ.ເກົາຫຼີ, ທີ່ໄດ້ຊີ້ນໍາຫົວໜ່ວຍທຸລະກິດ ກ່ຽວກັບລະບຽບການ ແລະ ວິທີການ ເພື່ອເຂົ້າເຖິງແຫຼ່ງທຶນ ຊຸກຍູ້ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ. ທັງນີ້ ກໍເພື່ອລະດົມແນວຄວາມຄິດຈາກບັນດາຜູ້ເຂົ້າຮ່ວມ ແລະ ເກັບກໍາສະພາບການດໍາເນີນທຸລະກິດພາຍໃນແຂວງ, ເພື່ອເປັນການກະກຽມຄວາມພ້ອມໃນການສ້າງແຜນພັດທະນາ ອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2026-2030) ແລະ ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງໃນຕໍ່ໜ້າ, ທັງເປັນການປະຊາສໍາພັນໂຄສະນາໃຫ້ນັກລົງທຶນຈາກ ສ. ເກົາຫຼີ ມີຄວາມສົນໃຈ ແລະ ມາລົງທຶນຢູ່ແຂວງຄໍາມ່ວນໃຫ້ຫຼາຍຂຶ້ນ.

ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - Visit Laos Visit SALANA BOUTIQUE HOTEL - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ
ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - Visit Laos Visit SALANA BOUTIQUE HOTEL - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ
ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - 470683340 1145383447275110 8511491230540645716 n 1024x682 - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ
ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - 5 - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ
ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - 3 - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ
ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ - 4 - ປຶກສາຫາລື ການສົ່ງເສີມພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການທ່ອງທ່ຽວແບບຍືນຍົງ