ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື

ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - 470564217 122132449424388511 2358759115011718279 n - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື
ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - kitchen vibe - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື

ວັນທີ 19 ທັນວາ 2024 ທີ່ໂຮງແຮມອາມາລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມວຽກງານຍຸຕິທໍາບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ-ສສ ຫວຽດນາມ ໂດຍເປັນ ປະທານຮ່ວມຂອງທ່ານ ໄພວີ ສີບົວພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ແລະ ທ່ານ  ຫງວ້ຽນ ຫ໋າຍ ນີງ ກໍາມະການສູນກາງພັກຄອມມຸນິດຫວຽດນາມ ລັດຖະມົນຕີກະຊວງຍຸຕິທໍາ ສສ ຫວຽດ ນາມ ມີການນຳຈາກສອງກະຊວງຍຸຕິທໍາ ສປປ ລາວ-ສສ ຫວຽດນາມ ພະແນກຍຸຕິທໍາຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ ແລະ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - 470891812 122132449460388511 5692553289310053342 n 1024x682 - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ຂອງກອງປະ ຊຸມເປີດກວ້າງ ວຽກງານຍຸຕິທໍາຂອງບັນ ດາແຂວງທີ່ມີຊາຍແດນຕິດຈອດກັນລະ ຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີ V ທີ່ໄດ້ຈັດຂຶ້ນທີ່ ແຂວງແຫງະອານ ສສ ຫວຽດນາມ ໃນປີ 2022 ຜ່ານມາ  ພ້ອມທັງຊອກຫາວິທີແກ້ໄຂ ແລະ ວາງທິດ ທາງແຜນການຮ່ວມມືວຽກງານຍຸຕິທໍາຂອງບັນດາແຂວງຊາຍແດນ ລາວ-ຫວຽດ ນາມໃນຊຸມປີຕໍ່ໜ້າ (2024-2026) ແລະ ໄດ້ຄົ້ນຄວ້າປືກສາຫາລືວຽກງານການຄຸ້ມ ຄອງສັນຊາດທະບຽນຄອບຄົວ ຢູ່ຕາມບໍລິເວນຊາຍແດນຕິດຈອດກັນລະຫວ່າງສອງປະເທດ ປະເມີນຜົນຂອງການໃຫ້ສັນຊາດໃຫ້ແກ່ເປົ້າໝາຍທີ່ພົວພັນເຖິງຂໍ້ຕົກລົງຂອງສອງລັດຖະບານກ່ຽວກັບການແກ້ໄຂບັນຫາການຍົກຍ້າຍຖິ່ນຖານຕາມລໍາພັງໃຈ ແລະ ແຕ່ງດອງທີ່ບໍ່ຖືກຕ້ອງຕາມບໍລິເວນຊາຍແດນຂອງສອງປະເທດ ການກໍ່ ສ້າງຖັນແຖວພະນັກງານກະຊວງຍຸຕິທໍານັບແຕ່ ສູນກາງ ແລະ ທ້ອງຖິ່ນ ການຈັດ ຕັ້ງປະຕິບັດໂຄງການ ODA ນັບແຕ່ການຈັດຕັ້ງປະຕິບັດໂຄງການຊ່ວຍໜູນ ສະຖາບັນຍຸຕິທໍາລາວ ແລະ ສະເໜີທິດທາງແຜນການໃນຕໍ່ໜ້າ ຮັບຟັງຜົນຂອງການຈັດ ຕັ້ງຜັນຂະຫຍາຍສົນທິສັນຍາຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທໍາ ວ່າດ້ວຍບັນຫາທາງແພ່ງລະຫວ່າງ ລາວ ແລະ ຫວຽດນາມ ຮັບຟັງການລາຍງານຂອງ 2 ພະແນກຍຸຕິທໍາຂອງແຂວງຝ່າຍລາວ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ສັນຊາດ ແລະ ທະບຽນຄອບຄົວຕາມບໍລິເວນຊາຍແດນຂອງສອງປະເທດ ເພື່ອແລກ ປ່ຽນບົດຮຽນ ແລະ ເປັນທິດທາງແກ້ໄຂໃນຕໍ່ໜ້າ.

ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - Visit Laos Visit SALANA BOUTIQUE HOTEL - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື
ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - Visit Laos Visit SALANA BOUTIQUE HOTEL - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື

ນອກນີ້, ກະຊວງຍຸຕິທໍາລາວ-ຫວຽດນາມ ຍັງໄດ້ລົງນາມເອກະສານສໍາຄັນນໍາກັນ 2 ສະບັບ ຄື: ແຜນການຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ ແລະ ຫວຽດນາມ ປີ 2025 ແລະ ບົດບັນທຶກການຮ່ວມມືໄລຍະ 2026–2030. ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື ການພົບປະຢ້ຽມຢາມໃນທຸກລະດັບ ການແລກປ່ຽນບົດຮຽນ ປະສົບການຂອງທັງສູນກາງ ແລະ ທ້ອງຖິ່ນ ຂອງສອງກະຊວງ ແນໃສ່ເພື່ອເປັນການສືບຕໍ່ສະໜັບສະໜູນຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ເຊິ່ງກັນ ແລະ ກັນ ເປັນຕົ້ນການເຝີກອົບຮົມ ຍົກລະດັບ ໄລຍະສັ້ນ ແລະ ໄລຍະຍາວ ເພື່ອເພີ່ມຂີດຄວາມສາ ມາດໃຫ້ແກ່ພະນັກ ງງານ ແລະ ສະໜອງເຄື່ອງອຸປະກອນ ເພື່ອນໍາໃຊ້ເຂົ້າໃນວຽກ ງານໃນຂະແໜງການ ຍຸຕິທໍາຂອງ ສປປ ລາວ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມາຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ໃຫ້ໜັ້ນນຄົງທະນົງແກ່ນ ເຕີບໃຫຍ່ຂະຫຍາຍຕົວ ແລະ ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - 471099977 122132449364388511 4961215702777748625 n 1024x682 - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື

ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - 5 - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື
ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - 3 - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື
ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື - 4 - ກະຊວງຍຸຕິທໍາລາວ-ຫວຽດນາມ ລົງນາມເອກະສານສໍາຄັນນໍາກັນ 2 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື