ອີຢູໃຫ້ຄຳໝັ້ນສັນຍາເພີ່ມທະວີການໜູນຊ່ວຍໃຫ້ແກ່ຢູເຄຣນ
December 21, 2024 - 9:46 AM

ວິທະຍຸກະຈາຍສຽງຫວຽນາມ ລາຍງານວ່າ: ກອງປະຊຸມສຸດຍອດສະຫະພາບເອີຣົບ (EU) ໄດ້ຈັດຂຶ້ນວັນທີ 19 ທັນວາ 2024 ຢູ່ນະຄອນຫລວງບຣຸກແຊນຂອງແບນຊິກ, ບັນດາການນຳ EU ໄດ້ເຫັນດີເປັນເອກະພາບເພີ່ມທະວີການໜູນຊ່ວຍໃຫ້ແກ່ຢູເຄຣນ.
ປັດຈຸບັນ, ອີຢູໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຢູເຄຣນຈຳນວນເງິນຫລາຍກວ່າ 130 ຕື້ ເອີໂຣ. ບ້ວງເງິນໜູນຊ່ວຍນີ້ບໍ່ພຽງແຕ່ແນໃສ່ຮັກສາດ້ານການເງິນຂອງຢູເຄຣນໃຫ້ເປັນ ປົກກະຕິເທົ່ານັ້ນຫາກຍັງຊ່ວຍໃຫ້ປະເທດນີ້ຊື້ວັດຖຸອຸປະກອນການທະຫານທີ່ຈຳເປັນອີກດ້ວຍ.
ທ່ານ ອັນໂຕນີໂອ ໂຄສຕາ (Antonio Costa), ປະທານສະພາເອີຣົບ ເນັ້ນໜັກວ່າ: ອີຢູ ຈະສືບຕໍ່ຮຽງບ່າຮຽງໄຫລ່ກັບຢູເຄຣນ, ສະໜອງທຸກການໜູນຊ່ວຍທີ່ຈຳເປັນໃຫ້ແກ່ປະເທດນີ້. ພ້ອມທັງສະແດງຄວາມປາຖະໜາຢາກໃຫ້ຢູເຄຣນຈະກາຍເປັນ ສະມາຊິກຂອງອີຢູໃນໄລຍະໃກ້ໆນີ້.
ທີ່ມາ: ປະເທດລາວ