ປານາມາກວາດລ້າງຢາເສບຕິດກວ່າ 2 ໂຕນ

ຕຳຫລວດປານາມາຍຶດໂຄເຄນນ້ຳໜັກ 2 ໂຕນ ຕິດຊາຍແດນໂກລົມບີ ຜົນຈາກຜູ້ນຳປານາມາລະບຸຂໍ້ຕົກລົງສັນຕິພາບລະຫວ່າງລັດຖະບານໂກລົມບີກັບກຸ່ມກະບົດຟາຣກ.
ຕຳຫລວດປານາມາຍຶດໂຄເຄນນ້ຳໜັກ 2 ໂຕນ ຢູ່ແຂວງດາຣຽນ ຕິດກັບຊາຍແດນຂອງໂກລົມບີ ໃນທ້າຍອາທິດຜ່ານມາ ເຮັດໃຫ້ຈຳນວນໂຄນເຄທີ່ທາງການຍຶດໄດ້ມີຈຳນວນເກືອບ 60 ໂຕນແລ້ວ ແລະ ຄາດວ່າໃນປີນີ້ຈະໄດ້ຂອງກາງຫລາຍກວ່າປີຜ່ານມາ ເຊິ່ງຍຶດໄດ້ກວ່າ 70 ໂຕນ, ສ່ວນປະທານາທິບໍດີ ຮວນ ກາໂລສ ບາເຣລາ ຜູ້ນຳປານາມາ ລະບຸຂໍ້ຕົກລົງສັນຕິພາບລະຫວ່າງລັດຖະບານໂກລົມບີກັບກຸ່ມກະບົດຟາຣກ ສົ່ງຜົນໃຫ້ການລັກລອບຂົນຢາເສບຕິດ ແລະ ເຫດຮຸນແຮງຢູ່ປານາມາທະວີຄວາມຮຸນແຮງຍິ່ງຂຶ້ນ.
ທ່ານ ອາເລັກຊິສ ເບທັນຄອດ ລັດຖະມົນຕີຄວາມໝັ້ນຄົງປານາມາ ຖະແຫລງຂ່າວໃນວັນທີ 20 ພະຈິກວ່າ: ທາງການຍຶດຢາເສບຕິດໄດ້ຫລາຍຂຶ້ນ ເພາະໜ່ວຍງານບັງຄັບໃຊ້ກົດໝາຍລະດັບທ້ອງຖິ່ນປະສານງານກັນຫລາຍຂຶ້ນ ບວກກັບໄດ້ຮັບການຊ່ວຍເຫລືອຈາກມິດປະເທດ, ຄາດວ່າປະລິມານຢາເສບຕິດທີ່ຍຶດໄດ້ທັງໝົດໃນປີນີ້ຈະຫລາຍກວ່າປີກ່ອນທີ່ສ້າງສະຖິຕິສູງສຸດຍຶດໄດ້ເຖິງ 72 ໂຕນ.