ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ

ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ - 471633179 1063506309137008 3763055408938253079 n - ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ
ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ - kitchen vibe - ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ

ທ່ານ ກາດແກ້ວ ສັກດາວົງ ຮັກສາການ ຫົວໜ້າສານປະຊາຊົນແຂວງ ໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ວັນທີ 27 ທັນວາ 2024 ນີ້ວ່າ: ປີ 2024 ສານປະຊາຊົນທົ່ວແຂວງໄຊຍະບູລີ ມີຄະດີ 509 ເລື່ອງ, ແກ້ໄຂແລ້ວ 460 ເລື່ອງ, ກວມ​ເອົາ 90.37% (ລື່ນແຜນການ 5.37%) ຍັງຄ້າງ 49 ເລື່ອງ ກວມ​ເອົາ 9.63%. ຈໍານວນຄະດີທີ່ແກ້ໄຂແລ້ວນັ້ນ ສານໄດ້ຕັດສິນປັບໃໝເປັນເງິນ 8.67 ຕື້ກວ່າກີບ, ຮິບເງິນ 28 ລ້ານກວ່າກີບ, ເງິນບາດ 55.471 ບາດ ແລະ ຮິບໂທລະສັບ 110 ເຄື່ອງ, ລົດໃຫ່ຍ 3 ຄັນ, ລົດຈັກ 31 ຄັນ, ຮິບຂອງກາງທີ່ເປັນຢາເສບຕິດຄື: ຢາບ້າ 11,393,721 ເມັດ, ຢາໄອ 0.6 ກຣາມ.

ສຳລັບ ຄະດີແພ່ງ ມີ 101 ເລື່ອງ, ແກ້ໄຂແລ້ວ 67 ເລື່ອງ, ຍັງຄ້າງ 34 ເລື່ອງ, ໃນຄະດີທີ່ແກ້ໄຂແລ້ວສານໄດ້ຄິດໄລ່ໃຫ້ຄູ່ຄວາມເສຍອາກອນໃຫ້ລັດໄດ້ 22 ລ້ານກວ່າກີບ. ສ່ວນຄະດີຄອບຄົວ ມີ 37 ເລື່ອງ, ແກ້ໄຂແລ້ວ 29 ເລື່ອງ, ຍັງຄ້າງ 8 ເລື່ອງ​; ຄະດີການຄ້າ ມີ 8 ເລື່ອງ, ແກ້ໄຂແລ້ວ 7 ເລື່ອງ, ຍັງຄ້າງ 1 ເລື່ອງ; ຄະດີເດັກ ມີ 16 ເລື່ອງ, ແກ້ໄຂແລ້ວ 15 ເລື່ອງ, ຍັງຄ້າງ 1 ເລື່ອງ.

ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ - Visit Laos Visit SALANA BOUTIQUE HOTEL - ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ
ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ - Visit Laos Visit SALANA BOUTIQUE HOTEL - ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ

ໃນຈໍານວນຄະດີທີ່ແກ້ໄຂແລ້ວນັ້ນສານໄດ້ຕັດສິນປັບໃໝເປັນເງິນ 61 ລ້ານກີບ, ຮິບໂທລະສັບ 01 ເຄື່ອງ, ລົດຈັກ 1 ຄັນ, ຮິບຂອງກາງທີ່ເປັນຢາເສບຕິດຄື: ຢາບ້າ 53 ເມັດ ນໍ້າໜັກ 5,3 ກຣາມ ແລະ ຄະດີແຮງງານມີ 1 ເລື່ອງ, ຍັງບໍ່ທັນໄດ້ແກ້ໄຂ. ກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນແຂວງ ວ່າ: ໃນໄລຍະ 1 ປີຜ່ານມາ, ສານປະຊາຊົນແຂວງໄຊຍະບູລີ ໄດ້ສຸມໃສ່ປັບປຸງພັດທະນາແບບແຜນ ແລະ ກົນໄກການດໍາເນີນຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ, ຄະດີໃດມີຄວາມຫຍຸ້ງຍາກກໍໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍທິດຊີ້ນໍາຈາກສາຍຕັ້ງ ແລະ ສາຍຂວາງຢ່າງເປັນປົກກະຕິ.

ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ - 4 - ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ
ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ - 5 - ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ
ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ - 3 - ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ  ຢຶດຢາບ້າໄດ້ 11.3 ລ້ານກວ່າເມັດ