ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ

ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ - 471754675 1144513344344589 7708354067067085098 n 1 - ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ
ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ - kitchen vibe - ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ

ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ແລະ ວາງທິດທາງວຽກງານຈຸດສຸມ ປີ 2025 ໃນວັນທີ 30 ທັນວາ 2024 ວ່າ: 2024 ມີຄະດີອາຍາເກີດຂຶ້ນທັງໝົດ 7,350 ເລື່ອງ (ບໍ່ນັບອຸປະຕິເຫດ ແລະ ອັກຄີໄພ), ມ້າງໄດ້ 6,519 ເລື່ອງ, ກັກຕົວຜູ້ຖືກຫາ 9,860 ຄົນ ຍິງ 1,337 ຄົນ, ຄົນຕ່າງປະເທດ 344 ຄົນ ຍິງ 31 ຄົນ (ທຽບໃສ່ປີ 2023 ຄະດີເພີ່ມຂຶ້ນ 640 ເລື່ອງ);

ຄະດີຕ່າງໆສາມາດຈັດແບ່ງໄດ້ຄື:
ຄະດີຢາເສບຕິດ 3,771 ເລື່ອງ, ຄະດີເສດຖະກິດ 682 ເລື່ອງ, ຄະດີຄາດຕະກຳ 94 ເລື່ອງ, ຄະດີລັກພາຕົວ 17 ເລື່ອງ, ຄະດີຄ້າມະນຸດ 47 ເລື່ອງ, ຄະດີປຸ້ນຊັບ 54 ເລື່ອງ, ຄະດີຊິງຊັບ, 73 ເລື່ອງ, ຄະດີສໍ້ໂກງຊັບ 481 ເລື່ອງ, ຄະດີລັກຊັບພົນລະເມືອງ 1,977 ເລື່ອງ (ຜົນເສຍຫາຍມີລົດໃຫຍ່ 15 ຄັນ, ລົດຈັກ 1,251 ຄັນ; ສະເພາະນະຄອນຫຼວງວຽງຈັນ ລົດໃຫຍ່ 6 ຄັນ, ລົດຈັກ 1,040 ຄັນ).

ປີ 2025 ຈະສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດຜ່ອນລົງຢ່າງຈະແຈ້ງ, ນໍາໃຊ້ມາດຕະການປ້ອງກັນ ແລະ ສະກັດກັ້ນຕ້ານອາຊະຍາກຳຢ່າງເປັນລະບົບຄົບຊຸດ ມີຄວາມເດັດຂາດ, ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ; ສືບຕໍ່ວຽກງານສືບສວນ-ສອບສວນ, ການດໍາເນີນຄະດີໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບ ກົດໝາຍ, ຮັບປະກັນຄວາມໂປ່ງໃສ, ທ່ຽງທຳ ແລະ ຍຸຕິທໍາ; ກວດກາ ແລະ ປັບປຸງກົນໄກ, ການປະສານ ງານກັບພາກສ່ວນກ່ຽວຂ້ອງ ແກ້ໄຂຂອດຊ່ອງຫວ່າງຂອງກົດໝາຍ, ການຖ່ວງດຶງ, ຊັກຊ້າແກ່ຍາວ, ພ້ອມ ທັງສ້າງເງື່ອນໄຂ ໃຫ້ປະຊາຊົນ ໄດ້ເຂົ້າເຖິງຂະບວນຍຸຕິທຳໄດ້ຢ່າງສະດວກ.

ທີ່ມາ: ຄວາມສະຫງົບ

ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ - 4 - ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ
ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ - 5 - ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ
ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ - 3 - ປີ 2024 ທົ່ວປະເທດມີຄະດີອາຍາເກີດຂຶ້ນ 7,000 ກວ່າເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 600 ກວ່າເລື່ອງ