U-15 ລາວຍາດໄດ້ອັນດັບ 4 ໃນການແຂ່ງຂັນ ດຶງເຊືອກນັກຮຽນອາຊຽນທີ່ປະເທດໄທ

ສະຫະພັນດຶງເຊືອກແຫ່ງຊາດລາວໄດ້ສົ່ງນັກກິລາຈໍານວນ 16 ຄົນ ໃນ 2 ຮຸ້ນເຂົ້າຮ່ວມການແຂ່ງຂັນດຶງເຊືອກນັກຮຽນອາຊຽນ ທີ່ປະເທດໄທ ຈັດຂຶ້ນລະຫວ່າງວັນທີ 18-20 ພະຈິກຜ່ານມານີ້ ເຊິ່ງມີ 42 ທີມເຂົ້າຮ່ວມ. ຂະນະທີ່ ທີມຊາດລາວຮຸ້ນອາຍຸ 15 ປີ ຫລື U-15 ສາມາດຍາດໄດ້ອັນດັບທີ 4 ຂອງການແຂ່ງຂັນດັ່ງກ່າວ.
ຕາມການໃຫ້ສໍາພາດຂອງທ່ານ ສົມພອນ ສອນດາລາ ຄະນະບໍລິຫານງານສະຫະພັນດຶງເຊືອກແຫ່ງຊາດລາວວ່າ: ການເຂົ້າຮ່ວມແຂ່ງຂັນກິລາດຶງເຊືອກນັກຮຽນອາຊຽນຢູ່ແຂວງການຈະນະບູລີ ປະເທດໄທ ພວກເຮົາໄດ້ສົ່ງນັກກິລາເຂົ້າຮ່ວມ 2 ຮຸ້ນຄື: ຮຸ້ນອາຍຸ 13 ປີ ແລະ ຮຸ້ນອາຍຸ 15 ປີ. ຜ່ານການແຂ່ງຂັນຜົນປາກົດວ່າທີມຊາດລາວຮຸ້ນອາຍຸ 13 ປີຕົກຮອບ ມີພຽງແຕ່ຮຸ້ນອາຍຸ 15 ປີ ເຊິ່ງມີນັກກິລາເຂົ້າຮ່ວມທັງໝົດ 42 ທີມ ເພື່ອຄັດເລືອກເອົາ 8 ທີມສຸດທ້າຍ ເຊິ່ງການແຂ່ງຂັນໄດ້ດໍາເນີນໄປດ້ວຍບັນຍາກາດມ່ວນຊື່ນ ແລະ ຄຶກຄື້ນ, ທີມຊາດລາວ U-15 ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ ແຕ່ກໍໜ້າເສຍດາຍທີ່ນັກກິລາທີມລາວບໍ່ສາມາດຜ່ານເຂົ້າຮອບຮອງຊະນະໄດ້ ແລະ ສາມາດຍາດໄດ້ພຽງອັນດັບ 4 ພ້ອມທັງໄດ້ຮັບຂັນລາງວັນ.
ສໍາລັບການແຂ່ງຂັນຄັ້ງນີ້ ຖືວ່າເປັນການແຂ່ງຂັນຄັ້ງທໍາອິດຂອງນັກກິລາທີມຊາດທັງສອງຮຸ້ນດັ່ງກ່າວ. ດັ່ງນັ້ນ ຈຶ່ງເຮັດໃຫ້ນັກກິລາມີຄວາມຕື່ນເຕັ້ນກັບສະໜາມການແຂ່ງຂັນ. ພາຍຫລັງສໍາເລັດການແຂ່ງຂັນຄັ້ງທີ່ຜ່ານມາແລ້ວ ທາງຄະນະສະຫະພັນຂອງພວກເຮົາຈະສືບຕໍ່ພັດທະນາການດຶງເຊືອກໃຫ້ແຕ່ລະໂຮງຮຽນ, ວິທະຍາໄລຕ່າງໆ ເພື່ອເຮັດໃຫ້ກິລາປະເພດນີ້ໄດ້ຮັບຄວາມນິຍົມຫລາຍຂຶ້ນ ເພື່ອຊອກຫານັກກິລາທີມຊາດເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.