ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່

ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່ - 11 - ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່
ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່ - kitchen vibe - ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່

ວັນທີ 3 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ອົງການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປະກາດການອະນຸມັດໃຫ້ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ຊຽງຂວາງ ຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເຈົ້າແຂວງໆ ຊຽງຂວາງ ເຂົ້າຮ່ວມ.

ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 288/ຄລສພ; ດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 614/ນຍ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດ ອອກພັກການ-ຮັບອຸດໜູນບໍານານ, ໄດ້ອະນຸມັດໃຫ້ ພົຈວ ບຸນລົດ ຄໍາແພງພັນ ກຳມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ກະຊວງປ້ອງກັນຄວາມສະຫງົບ ອອກພັກການ-ຮັບອຸດໜູນບໍານານ ແລະ ຜ່ານຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 23/ນຍ ວ່າດ້ວຍການຍົກຍ້າຍນາຍຕໍາຫລວດໄປຮັບໜ້າທີ່ໃໝ່, ນາຍົກລັດຖະມົນຕີອອກຄໍາສັ່ງ ຍົກຍ້າຍ ພົຈວ ສີວັນທາ ເພຍສະຂາ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ແລະ ແຕ່ງຕັ້ງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ.

ພ້ອມນີ້, ໃນພິທີ ສະຫາຍ ສູນທອນ ພົມມີໄຊ ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ກໍໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 320/ຄປພຂ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພົຈວ ສີວັນທາ ເພຍສະຂາ ເປັນເລຂາຄະນະພັກກອງບັນຊາການ ປກສ ແຂວງຊຽງຂວາງ.

ທີ່ມາ: ຄວາມສະຫງົບ

ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່ - 4 - ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່
ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່ - 5 - ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່
ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່ - 3 - ປະກາດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ໃໝ່