ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະຫລຸບວຽກງານກວດກາປີ 2017


ໃນວັນທີ 6 ມີນານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ຈັດກອງປະຊຸມສະຫບຸບວຽກງານກວດກາທົ່ວປະເທດປະຈຳປີ 2017, ໂດຍການເປັນປະທານຂອງທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງດັ່ງກ່າວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ທ່ານ ທອງໃສ ຊານໄຊຍະ ໄດ້ມີຄໍາເຫັນວ່າ: ວຽກງານຕິດຕາມ-ກວດກາ ແມ່ນໜຶ່ງໃນພາລະບົດບາດສຳຄັນຂອງພະນັກງານນຳພາ-ຄຸ້ມຄອງ, ລວມເຖິງສະມາຊິກພັກ-ພະນັກງານ ທີ່ຕ້ອງເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນໃຫ້ມີຄວາມຮູ້ເລິກເຊິ່ງ, ພະນັກງານກວດກາຕ້ອງມີຈັນຍາບັນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສັດຊື່ບໍລິສຸດ, ມີສະຕິເຄົາລົບຕໍ່ການຈັດຕັ້ງ ແລະ ການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ. ເພື່ອແນໃສ່ຮັບປະກັນການປະຕິບັດວຽກງານໃຫ້ມີປະສິດທິຜົນສູງ. ແນໃສ່ເຮັດໃຫ້ວຽກຕິດຕາມກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນຂະແໜງ ປທສ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນດີຂຶ້ນກ່ວາເກົ່າ, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ ແລະ ບັນລຸຕາມຄາດໝາຍວາງໄວ້.