ນະຄອນຫລວງວຽງຈັນ ຈັດຕັ້ງສອບເສັງພາກຮຽນ I ປະຈຳສົກຮຽນ 2024-2025 ວັນທີ 13-17 ມັງກອນ

ວັນທີ 9 ມັງກອນ 2025 ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານໃຫ້ຮູ້ກ່ຽວກັບການກະກຽມຈັດຕັ້ງສອບເສັງພາກຮຽນ I ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາທົ່ວ ນວ ປະຈຳສົກຮຽນ 2024-2025 ວ່າ: ທົ່ວນະຄອນຫລວງວຽງຈັນ ມີໂຮງຮຽນຊັ້ນປະຖົມສຶກສາທັງໝົດ 542 ແຫ່ງ, ມີໂຮງຮຽນລັດ 321 ແຫ່ງ, ໂຮງຮຽນມູນລະປະຖົມ 12 ແຫ່ງ ແລະ ໂຮງຮຽນເອກະຊົນທັງໝົດ 209 ແຫ່ງ. ມີຈຳນວນນັກຮຽນຊັ້ນປະຖົມສຶກສາທັງໝົດ 80,456 ຄົນ ຍິງ 39,426 ຄົນ. ໂຮງຮຽນຊັ້ນມັດທະຍົມສຶກສາມີທັງໝົດ 205 ແຫ່ງ, ໂຮງຮຽນລັດມີ 107 ແຫ່ງ, ເອກະຊົນມີ 98 ແຫ່ງ, ມີຈຳນວນນັກຮຽນຊັ້ນມັດທະຍົມສຶກສາທັງໝົດ 87,543 ຄົນ ຍິງ 43,496 ຄົນ.
ສຳລັບການສອບເສັງ ຊັ້ນປະຖົມສຶກສາເລີ່ມສອບເສັງນັບແຕ່ວັນທີ 13-15 ມັງກອນ 2025, ວັນທີ 16-24 ມັງກອນ 2025 ນັກຮຽນພັກພາກຮຽນທີ I, ວັນທີ 27 ມັງກອນ 2025 ເລີ່ມເຂົ້າຮຽນພາກຮຽນທີ II; ຊັ້ນມັດທະຍົມສຶກສາເລີ່ມສອບເສັງນັບແຕ່ວັນທີ 13-17 ມັງກອນ 2025, ວັນທີ 20-24 ມັງກອນ 2025 ນັກຮຽນພັກພາກຮຽນທີ I, ວັນທີ 27 ມັງກອນ 2025 ເລີ່ມເຂົ້າຮຽນພາກຮຽນທີ II.
ທ່ານ ສົມພອນ ສອນດາລາ ກ່າວໃຫ້ຮູ້ອີກວ່າ: ເພື່ອກະກຽມການສອບເສັງພະແນກສຶກສາທິການ ແລະ ກິລາ ນວ ໄດ້ອອກແຈ້ງການຫາຫ້ອງການສຶກສາທິການ ແລະ ກິລາເມືອງ, ໂຮງຮຽນຕ່າງໆໃນ ນວ ເພື່ອຈັດຕັ້ງການສອບເສັງພາກຮຽນທີ I; ເປັນຕົ້ນແມ່ນການເບິ່ງຄືນທາງດ້ານສະຖານທີ່, ໂຕະຕັ່ງ ແລະ ການຈັດຫ້ອງສອບເສັງຕ່າງໆໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຫ້ອງການສຶກສາທິການ ແລະ ກິລາເມືອງ 9 ເມືອງໃນ ນວ ໄດ້ລົງຕາມຕິດ ແລະ ເປັນຜູ້ຮັບຜິດຊອບໃນການຈັດຕັ້ງການສອບເສັງພາກຮຽນທີ I ພາຍໃນເມືອງຂອງຕົນ ໂດຍສົມທົບກັບຄະນະພັດທະນາສຶກສາຂັ້ນບ້ານ; ສຳລັບສະຖານທີ່ໃນການຈັດຕັ້ງສອບເສັງພາກຮຽນ I ແມ່ນຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງເປັນຜູ້ຮັບຜິດຊອບ (ຊັ້ນປະຖົມສຶກສາ) ລວມທັງການອອກຫົວບົດສອບເສັງ ແລະ ການກວດບົດຕ່າງໆ. ສ່ວນຊັ້ນມັດທະຍົມສຶກສາໂຮງຮຽນເປັນຜູ້ຮັບຜິດຊອບ ລວມທັງການອອກຫົວບົດສອບເສັງ ແລະ ການກວດບົດຕ່າງໆ; ພະແນກສຶກສາທິການ ແລະ ກິລາ ນວ ໄດ້ຂຶ້ນແຜນໃນການລົງຕິດຕາມການສອບເສັງພາກຮຽນ I ພາຍໃນ ນວ ໂດຍແບ່ງອອກເປັນ 5 ກຸ່ມເພື່ອຕິດຕາມການສອບເສັງໃຫ້ໄດ້ຮັບຜົນດີ; ຊັ້ນປະຖົມສຶກສາປີທີ 5 ແມ່ນໄດ້ອອກຕາຕະລາງສອບເສັງໃຫ້ ແລະ ກຳນົດວັນສອບເສັງຊຶ່ງເອກະພາບກັນທົ່ວ ນວ ສອບເສັງວັນທີ 14-15 ມັງກອນ 2025.
ສອບເສັງມື້ທຳອິດວັນທີ 14 ມັງກອນ 2025 ຕອນເຊົ້າ ວິຊາຫັດແຕ່ງ ແລະ ຕອນບ່າຍ ຂຽນຫວາຍ+ຄຳຖາມ ແລະ ມື້ທີສອງວັນທີ 15 ມັງກອນ 2025 ຕອນເຊົ້າ ຄະນິດສາດ ແລະ ຕອນບ່າຍ ວິທະຍາສາດ ແລະ ສິ່ງແວດລ້ອມ; ສຳລັບເມືອງຈັນທະບູລີ ຂໍສອບເສັງເລື່ອນໄປເປັນວັນທີ 20-24 ມັງກອນ 2025 ທຸກຊັ້ນພາຍໃນເມືອງເນື່ອງຈາກມີກອງປະຊຸມອົງຄະນະພັກເມືອງ; ຫຼັງຈາກສຳເລັດການຈັດສອບເສັງພາກຮຽນ I ແລ້ວໃຫ້ລາຍງານມາຍັງຫ້ອງການສຶກສາທິການ ແລະ ກິລາເມືອງ, ພະແນກສຶກສາທິການ ແລະ ກິລາ ນວ ບໍ່ໃຫ້ກາຍວັນທີ 27 ມັງກອນ 2025.