ການກໍ່ສ້າງສູນປິ່ນປົວບໍາບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາ ເສບຕິດ ແຂວງວຽງຈັນ ສໍາເລັດ 40%

ວັນທີ 9 ມັງກອນ 2025 ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມ ສະຫງົບ ສປປ ລາວ ໄດ້ນຳພາ ພົຕ ຫງວຽນ ວັນລອງ ຮອງລັດ ຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະທີ່ຕິດຕາມຄະນະລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 47 ທີ່ ນະຄອນຫຼວງວຽງຈັນ ໄດ້ໄປຢ້ຽມຢາມ, ກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງ ການກໍ່ສ້າງສູນປິ່ນປົວບໍາບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາ ເສບຕິດ ໂຄງການກໍ່ສ້າງແມ່ນຕັ້ງທີ່ຫຼັກ 62, ບ້ານຫ້ວຍທົນ, ເມືອງໂພນໂຮງ, ແຂວງວຽງຈັນ.
ໂຄງການດັ່ງກ່າວ ມີເນື້ອທີ່ດິນ ຈໍານວນ 23,3 ເຮັກຕາ, ສາມາດປິ່ນປົວບໍາບັດຜູ້ຕິດຢາເສບຕິດໄດ້ຈໍານວນ 500 ຄົນ, ເຊິ່ງບໍລິສັດ ຊົງດາ 7 ເປັນຜູ້ຮັບເໝົາກໍ່ສ້າງໂຄງການ; ປະຈຸບັນກໍ່ສ້າງພື້ນຖານຕຶກອາຄານສໍາເລັດຫຼາຍກວ່າ 40%, ຄາດກະສໍາເລັດ ແລະ ຈັດຕັ້ງພິທີມອບໃນລະຫວ່າງເດືອນ ກັນຍາ-ຕຸລາ 2025 ນີ້.
ໂຄງການດັ່ງກ່າວ ເປັນໜຶ່ງໃນສັນຍະລັກແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍາລັກແຫ່ງຄວາມໝາຍດ້ານການເມືອງ ລະຫວ່າງ ສອງຊາດ ກໍ່ຄືສອງກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໃນການຮ່ວມມືໃນຂົງເຂດວຽກງານວິຊາສະ ເພາະຂອງສອງກະຊວງ ໂດຍສະເພາະຊ່ວຍໜຸນໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນຕ້ານຢາເສບ ຕິດ ເພື່ອຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ.
ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບລາວ ແລະ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະ ຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ລົງສໍາຫຼວດ, ກວດ ກາຄວາມຄືບໜ້າການກໍ່ສ້າງ ແລະ ໄດ້ມີຄໍາເຫັນຊີ້ນໍາ, ຊຸກຍູ້ໃຫ້ກຳລັງໃຈ ແລະ ມອບຂອງຂວັນທີ່ລະນຶກ ແກ່ບັນດາກົມກອງຮັບ ຜິດຊອບ, ຊ່ຽວຊານ ແລະ ພະນັກງານຈັດຕັ້ງກໍ່ສ້າງໂຄງການຕື່ມອີກ.
ຂ່າວ: ປກສ ແຂວງວຽງຈັນ